ຍສໝ - ບໍລິສັດຫຸ້ນສ່ວນກກຸ່ມບໍລິສັດ T&T Group ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບກອງທຶນລົງທຶນໂດຍກົງຂອງສະຫະພັນລັດເຊຍ (RDIF) ແລະ ກຸ່ມບໍລິສັດ Binnopharm ກ່ຽວກັບການມອບໂອນເຕັກໂນໂລຢີການຜະລິດ, ການສ້າງຕັ້ງຮາກຖານການຜະລິດໃຫມ່ຈໍານວນໜຶ່ງ ໃນວົງຈອນການຜະລິດວັກຊີນ Sputnik V ແບບຄົບວົງຈອນ.
ຍສໝ - ບໍລິສັດ MTV ວັກຊີນ ແລະ ຜະລິດຕະພັນຊີວະພາບ ເລກທີ 1 ຈຳກັດ (VABIOTECH -ກະຊວງສາທາລະນະສຸກ) ໄດ້ປະກາດຜົນສໍາເລັດໃນການຜະລິດວັກຊີນປ້ອງກັນພະຍາດໂຄວິດ -19 Sputnik V (Gam-COVID-Vac) ຊຸດທໍາອິດຢູ່ຫວຽດນາມ.
ຍສໝ - ວັນທີ 21 ກໍລະກົດ, ສື່ມວນຊົນລັດເຊຍ ໄດ້ຄັດສະເໜີແຈ້ງການຂອງກອງທຶນລົງທຶນໂດຍກົງ ລັດເຊຍ (RDIF) ໃຫ້ຮູ້ວ່າ: ຫວຽດນາມ ໄດ້ທົດລອງຜະລິດວັກຊິນກັນໂຄວິດ - 19 Spunik -V ງວດທຳອິດ ໂດຍລັດເຊຍ ຄົ້ນຄວ້າພັດທະນາ. ບໍລິສັດ VABIOTECH ຢູ່ຫວຽດນາມ ໄດ້ຢັ້ງຢືນຂໍ້ມູນດັ່ງກ່າວ.
ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ 19 ຖະແຫລງຂ່າວຕໍ່ສື່ມວນຊົນຕອນເຊົ້າວັນທີ 31 ທັນວາ 2020 ທີ່ກະຊວງສາທາລະນະສຸກ ວ່າ: ສະພາບຄວາມຄືບໜ້າການນຳໃຊ້ ວັກຊິນປ້ອງກັນໂຄວິດ-19 ໃນ ສປປ ລາວ ຜ່ານມາພັກ ແລະ ລັດຖະບານ ພວກເຮົາ ບໍ່ໄດ້ລົດລະນີ້ງນອນໃຈ ໄດ້ມີຄວາມພະຍາຍາມຢ່າງສູງ ໃນການພົວພັນກັບໂລກ ເປັນຕົ້ນ ສະຫະພັນວັກຊີນສາກົນ Gavi (Global Alliance for Vaccines and Immunization ), COVAX FACILITY, ກັບປະເທດເພື່ອນມິດຍຸດທະສາດ, ກັບປະເທດພາຄີ, ກັບທະນາຄານສາກົນ ແລະ ອົງການຈັດຕັ້ງສາກົນ ເພື່ອກະກຽມ ແລະ ຈັດຫາວັກຊີນ ເພື່ອມາສັກປ້ອງກັນພະຍາດໃຫ້ແກ່ພໍ່ແມ່ປະຊາຊົນພວກເຮົາ ຊຶ່ງໄດ້ເລີ່ມແຕ່ເດືອນກໍລະກົດ 2020 ເປັນຕົ້ນມາ.