ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືຫຼາຍບັນຫາກ່ຽວກັບການຍົກສູງບົດບາດຂອງແມ່ຍິງໃນຂົງເຂດກິລາ; ພິຈາລະນາກຳນົດເວລາກວດກາສານ dopping… ຜູ້ຕາງໜ້າຄະນະຈັດຕັ້ງງານມະຫາກຳກິລາ SEA Games 32 ຢູ່ກຳປູເຈຍ ໄດ້ລາຍງານຄວາມຄືບໜ້າກ່ຽວກັບການກະກຽມ ແລະ ການຈັດຕັ້ງ SEA Games 32.
ຍສໝ - ວັນທີ 20 ເມສາ, ທ່ານພົນໂທ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫົວໜ້າອະນຸກຳມະການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ SEA Games 31 ໄດ້ເປັນປະທານກອງປະຊຸມຄັ້ງທີ 3 ຂອງອະນຸກຳມະການເພື່ອແນສຳຫຼວດກວດກາ, ຕີລາຄາຢ່າງຮອບດ້ານທຸກວຽກງານທີ່ໄດ້ຮັບການຜັນຂະຫຍາຍ ແລະ ກຳນົດໜ້າທີ່ຈຸດສຸມນັບແຕ່ປັດຈຸບັນຈົນຮອດວັນໄຂກອງງານມະຫະກຳກິລາດັ່ງກ່າວ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເນັ້ນໜັກວ່າ, SEA Games 31 ແມ່ນໂອກາດເພື່ອໃຫ້ປະເທດເຈົ້າພາບມີຄວາມເປັນກຽດ, ເອກອ້າງທະນົງໃຈໂຄສະນາພາບພົດ, ປະເທດຊາດ ແລະ ຊາວ ຫວຽດນາມ ກັບນັກທ່ອງທ່ຽວສາກົນ.
ເພື່ອຕອບສະໜອງດ້ານພື້ນຖານວັດຖຸໃຫ້ແກ່ SEA Games 31 ດີທີ່ສຸດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຊີ້ນຳບັນດາພະແນກ, ຂະແໜງການ, ຄະນະກຳມະການປະຊາຊົນເມືອງ ປະຕິບັດການສ້ອມແປງ, ຍົກລະດັບບັນດາກິດຈະກຳກິລາ ຕາມແຜນການທີ່ໄດ້ວາງອອກໃຫ້ສຳເລັດໂດຍໄວ.
ຍສໝ - ຫວ່າງແລ້ວນີ້, ກົມໃຫຍ່ກິລາກາຍຍະກຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2021 ແລະ ຜັນຂະຫຍາຍໜ້າທີ່ປີ 2022 ຂອງ ກິລາ ຫວຽດນາມ.
ຍສໝ - ວັນທີ 7 ທັນວານີ້, ຫ້ອງການສະຫະພັນກິລາອາຊີຕາເວັນອອກສ່ຽງໃຕ້ (SEAGF) ໄດ້ສົມທົບກັບຄະນະກຳມະການໂອລິມປິກຫວຽດນາມ ຈັດຕັ້ງກອງປະຊຸມສະພາ SEAGF ດ້ວຍຮູບແບບອອນລາຍ.
ໄລ່ຮອດທ້າຍວັນທີ 01 ທັນວາ, ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳ 10 ຫຼຽນ, ຫຼຽນເງິນ 12 ຫຼຽນ ແລະ ຫຼຽນທອງ 7 ຫຼຽນ.