ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ ຕ້ອນຮັບບັນດາວິສາຫະກິດ ສ.ເກົາຫຼີ
ຍສໝ - ຕອນເຊົ້າວັນທີ 13 ທັນວາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ ແລະ ວິສາຫະກິດ ສ.ເກົາຫຼີ, ໃນນັ້ນມີ ທ່ານຮອງປະທານ ທັງເປັນຜູ້ອຳນວຍການໃຫຍ່ຂອງ Samsung Electronic Han Jong-hee, ທ່ານປະທານສະພາບໍລິຫານ ຂອງກຸ່ມບໍລິສັດ SK Group Choi-Tae-won, ທ່ານຜູ້ອຳນວຍການໃຫຍ່ຂອງ Lotte Shopping ແລະ Lotte Mart Kang Sung-hyun...