ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ປາດຖະໜາວ່າ Samsung ຈະເປີດກວ້າງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ; ຖື ຫວຽດນາມ ແມ່ນປະເທດສຳຄັນໃນຍຸດທະສາດທົ່ວໂລກຢ່າງຮອບດ້ານກວ່າກ່ຽວກັບການຜະລິດ.
ຍສໝ - ວັນທີ 22 ກຸມພາ ປີ 2022, ຢູ່ສຳນັກງານກະຊວງອຸດສາຫະກຳ ແລະ ການຄ້າ, ຜູ້ຕາງໜ້າກົມອຸດສາຫະກຳ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ແລະ ກຸ່ມ Samsung ຫວຽດນາມ ໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືພັດທະນາ ໂຮງງານອັດສະລິຍະລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ Samsung ຫວຽດນາມ.
ຍສໝ - ຜູ້ອຳນວຍການໃຫຍ່ບໍລິສັດ Samsung ຫວຽດນາມ Choi Joo Ho ໃຫ້ຮູ້ວ່າ Samsung ພວມສ້າງສູນຄົ້ນຄ້ວາ ແລະ ພັດທະນາດ້ວຍຂອບຂະໜາດກວ່າ 220 ລ້ານ USD ຢູ່ຮ່າໂນ້ຍ ໂດຍຈະຄົ້ນຄ້ວາພັດທະນາ 5G ແລະ ປັນຍາປະດິດຢູ່ຫວຽດນາມ…
ຍສໝ - ໃນວັນທີ 16 ມິຖຸນາ, Samsung ຫວຽດນາມ ໄດ້ເປັນກຽດຮັບໃບຍ້ອງຍໍສຳລັບການປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ແຂວງບັກຢາງ (6 ຕື້ດົງ) ແລະ ບາງທ້ອງຖິ່ນອື່ນໆ.
ຍສໝ - ເພື່ອຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ, ບັນດາໂຮງງານ ແລະ ພະນັກງານຂອງ Samsung ຫວຽດນາມ ໄດ້ສະໜັບສະໜູນບໍລິຈາກ 5 ຕື້ດົງ ແລະ ສ້ອມແປງເຄື່ອງໄຟຟ້າໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນເຂດພາຍຸນໍ້າຖ້ວນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ລັດຖະບານ ຫວຽດນາມ ສືບຕໍ່ຮ່ວມເດີນທາງກັບກຸ່ມບໍລິສັດໃນວິວັດການຮ່ວມມື, ລົງທຶນດຳເນີນທຸລະກິດ ຍຸດທະຍາດ ຢູ່ ຫວຽດນາມ ດ້ວຍຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ.
ຍສໝ - ທ່ານ Choi Joo Ho ໄດ້ສະແດງຄວາມປາດຖະໜາກຢາກລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງ ກຸ່ມບໍລິສັດ Samsung ເພື່ອປະກອບສ່ວນເຂົ້າການເຕີບໂຕເສດຖະກິດຫວຽດນາມໃຫ້ຫຼາຍກ່ວາອີກ.
ຍສໝ - ວັນທີ 31 ກໍລະກົດ, ທີ່ ລ້າງເຊີນ, ຜູ້ຕາງໜ້າ Samsung ຫວຽດນາມ, ອົງການຈັດຕັ້ງ Korea Food for the Hungry International (KFHI)/ສ.ເກົາຫຼີ ແລະ ພະແນກພົວພັນການຕ່າງປະເທດ ລ້າງເຊີນ, ຄະນະກຳ ມະການປະຊາຊົນແຂວງ ລ້າງເຊີນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການ “ໂຮງຮຽນຄວາມຫວັງ Samsung” (Samsung Hope school).
ຍສໝ - ໃນຕອນບ່າຍຂອງວັນທີ 14 ມິຖຸນາ 2019, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Choi Joo Ho, ຜູ້ອຳນວຍການໃຫຍ່ໜ່ວຍຜະລິດ Samsung ຢູ່ ຫວຽດນາມ.