ຫວຽດນາມ - Morocco: ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ
ຍສໝ - ວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ສະຖານທູດລາຊະອານາຈັກ Morocco ປະຈຳ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 26 ປີແຫ່ງວັນການຂຶ້ນເຈົ້າກະສັດຂອງກະສັດ Mohammed VI (30 ກໍລະກົດ 1999 – 30 ກໍລະກົດ 2025). ປີ 2025 ກໍ່ແມ່ນວັນສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ Morocco (1961 – 2025), ເປັນກາລະໂອກາດເພື່ອໃຫ້ 2 ປະເທດສືບຕໍ່ຊຸກຍູ້ການຮ່ວມມື 2 ຝ່າຍໃນຫລາຍຂົງເຂດ, ພິເສດແມ່ນເສດຖະກິດ, ການສຶກສາ ແລະ ການແລກປ່ຽນປະຊາຊົນ.