ສ້າງທຸກເງື່ອນໄຂສະດວກໃຫ້ແກ່ຄູ່ຮ່ວມມື ຍີ່ປຸ່ນ ໄປຊອກຮູ້ ແລະ ລົງທຶນຢູ່ Kon Tum
ຍສໝ - ຕອນບ່າຍວັນທີ 5 ຕຸລາ, ຄະນະກຳມະການປະຊາຊົນແຂວງ Kon Tum ໄດ້ໃຫ້ການຕ້ອນຮັບທ່ານຫົວໜ້າກົງສຸນໃຫຍ່ຍີ່ປຸ່ນ ປະຈຳນະຄອນ ດານັງ Yakabe Yoshinori ມາຢ້ຽມຢາມ ແລະ ເຂົ້າຢ້ຽມຂ່ຳນັບ. ທ່ານປະທານຄະນະກຳມະການປະຊາຊົນແຂວງ ເລຫງອກຕ້ວນ ຢືນຢັນວ່າ: ອຳນາດການປົກຄອງທ້ອງຖິ່ນ ຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດ ບົນພື້ນຖານບັນດາຂໍ້ກຳນົດຂອງກົດໝາຍ, ໜູນຊ່ວຍບັນດານັກລົງທຶນ ແລະ ຄູ່ຮ່ວມມື ຍີ່ປຸ່ນ ເພື່ອຊອກຫາກາລະໂອກາດ ແລະ ການລົງທຶນ ຢູ່ Kon Tum.