ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດຕາມ UNCLOS ແລະ ປະຕິບັດບັນດາເອກະສານທີ່ກ່ຽວຂ້ອງ
ຍສໝ - ຫວ່າງແລ້ວນີ້, ເລຂາທິການໃຫຍ່ອົງການສິດອຳນາດໃຕ້ມະຫາສະໝຸດ (ISA), ທ່ານ Michael Lodge ໄດ້ເປັນປະທານກອງປະຊຸມອອນລາຍ ເພື່ອແນະນຳ ແລະ ປຶກສາຫາລືກ່ຽວກັບບົດລາຍງານບັນດາການປະກອບສ່ວນຂອງ ISA ໃນການປະຕິບັດໂຄງການດຳເນີນງານ 2030 ສຳລັບການພັດທະນາແບບຍືນຍົງ.