ມະຫາວິທະຍາໄລ Fulbright ຫວຽດນາມ ເປີດກວ້າງການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ

ມະຫາວິທະຍາໄລ Fulbright ຫວຽດນາມ ເປີດກວ້າງການຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ

ຍສໝ - ຕອນເຊົ້າວັນທີ 24/9 ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ຫງວຽນມິງຮັ່ງ, ລັດຖະມົນຕີຊ່ວຍວ່າການ ໄດ້ຕ້ອນຮັບທ່ານ Chris Helzer, ປະທານມະຫາວິທະຍາໄລ Fulbright ຫວຽດນາມ, ແລກປ່ຽນກ່ຽວກັບທິດທາງພັດທະນາຂອງມະຫາວິທະຍາໄລ ແລະ ການຮ່ວມມືຝຶກອົບຮົມຊັບພະຍາກອນມະນຸດຄຸນນະພາບສູງ ໃນບໍລິບົດທີ່ສາຍພົວພັນ ຫວຽດນາມ - ສະຫະລັດອາເມລິກາ ສືບຕໍ່ໄດ້ຮັບການຊຸກຍູ້.