ເພີ່ມທະວີບັນດາມາດຕະການ ຮັບປະກັນການເຕີບໂຕການສົ່ງອອກ ແມ່ນຫນຶ່ງໃນບັນດາຄາດໝາຍເພື່ອແນໃສ່ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕເສດຖະກິດ ຫວຽດນາມ ໃນປີນີ້. ໃນສະພາບການເຕີບໂຕສີຂຽວ, ເສດຖະກິດ ໝູນວຽນ ພວມກາຍເປັນທ່າອ່ຽງ ແລະ ຄວາມຮຽກຮ້ອງຕ້ອງການໃນທົ່ວໂລກ, ຫວຽດນາມ ພວມພັດທະນາບັນດາລະບົບຜະລິດ ແລະ ການສະຫນອງການຄ້າສາກົນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ມາດຖານເຄັ່ງຄັດຂອງຕະຫລາດ ພິເສດແມ່ນຄວາມຮຽກຮ້ອງຕ້ອງການຈາກສັນຍາການຄ້າເສລີລຸ້ນໃຫມ່ (FTA).
ສະວິດ ມີຄວາມປາດຖະໜາຢາກລົງນາມໃນສັນຍາການຄ້າເລ FTA ທີ່ຄ້າຍຄືກັນສັນຍາ ລະຫວ່າງ ຫວຽດນາມ ກັບ ສະຫະພາບເອີຣົບ, ຜ່ານນັ້ນ ຈະລົບລ້າງທຸກສິ່ງກີດຂວາງໃນການຈໍລະຈອນສິນຄ້າລະຫວ່າງສອງປະເທດ. ມີຂໍ້ບຸລິມະສິດອີກອັນໜຶ່ງແມ່ນສ້າງກອບນິຕິກຳ ທີ່ອຳນວຍຄວາມສະດວກ, ປະຕິບັດສິດຊັບສິນທາງປັນຍາໃຫ້ມີປະສິດທິຜົນ.
ຍສໝ - ຫວຽດນາມ ແລະ ສິງກະໂປ ຕ້ອງຍາດແຍ່ງທ່າໄດ້ປຽບຈາກບັນດາສັນຍາການຄ້າເສລີ (FTA) ທີ່ສອງປະເທດໄດ້ເຂົ້າຮ່ວມ ເຊັ່ນ: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ເພື່ອຊຸກຍຸ້ວິສາຫະກິດສອງປະເທດ ຮ່ວມມືໃນຫຼາຍຂົງເຂດ.
ຍສໝ - ຕອນເຊົ້າວັນທີ 27 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ເປັນປະທານຮ່ວມການໂອ້ລົມສົນທະນາປຶກສາຫາລື ນັກຊ່ຽວຊານດ້ານເສດຖະກິດ - ສັງຄົມ.
ຍສໝ - ໃນວັນທີ 14 ກັນຍາ, ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ຄາດຄະເນຈະດໍາເນີນ ຫຼືເລີ່ມການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າເສລີ (FTA) ກັບບັນດາຄູ່ການຄ້າຈາກອາຊີເວັນອອກສ່ຽງໃຕ້ ແລະອາເມຣິກາລາຕິນໃນປີນີ້ ໃນຄວາມພະຍາຍາມເພື່ອຫຼຸດຜ່ອນການເອື່ອຍອີງໃສ່ບັນດາປະເທດທີ່ມີພື້ນຖານເສດຖະກິດໃຫຍ່.
ຍສໝ - ໃນກຸ່ມສິນຄ້າສົ່ງອອກ ຂອງຫວຽດນາມໄປຍັງ ລາຊະອານາຈັກອັງກິດ, ວົງເງິນການສົ່ງອອກຜະລິດຕະພັນຍັງຮັກສາຢູ່ລະດັບເພີ່ມຂຶ້ນຢ່າງມີສະຖຽນລະພາບ ແລະ ຕັ້ງໜ້າໃນເດືອນ ມັງກອນ, ດ້ວຍວົງເງິນສົ່ງອອກສິນໃນນ້ຳບັນລຸ 19,72 ລ້ານ USD, ເພີ່ມຂຶ້ນ 18,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ຜະລິດຕະພັນຜັກໝາກໄມ້ບັນລຸ 1,04 ລ້ານ USD, ເພີ່ມຂຶ້ນ 148,6%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ຍສໝ - ຄາດວ່າໃນໄລຍະຈະມາເຖິງ, ສະພາ EABC ຈະຈັ້ງຕັ້ງ ກອງປະຊຸມສະພາແຫ່ງຊາດ ແລະ ບັນດາກອງປະຊຸມຂອງກຸ່ມເຮັດວຽກວິຊາສະເພາະ ເພື່ອກະກຽມໃຫ້ແກ່ບັນດາກອງປະຊຸມໂອ້ລົມສົນທະນາລະຫວ່າງ EABC ແລະ ເຈົ້າໜ້າທີ່ອາວຸໂສຂັ້ນສູງ ອາຊຽນ + 3 (SEOM +3), ລັດຖະມົນຕີເສດຖະກິດ ອາຊຽນ +3 (AEM+3).
ຍສໝ - ເນື່ອງໃນໂອກາດປີໃໝ່ 2021, ທ່ານ ບຸຍແທັງເຊີນກຳມະການສູນກາງພັກ, ລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ເຊິ່ງແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດ ຂອງປີ 2020.
ອີຢູ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 2 ຂອງ ອາຊຽນ ໃນໄລຍະ 2009 – 2018, ກໍ່ຄືແມ່ນນັກລົງທຶນໃຫຍ່ກ່ວາໝູ່ຂອງ ອາຊຽນ ດ້ວຍຍອດເງິນລົງທຶນໂດຍກົງ 190 ຕື້ USD.
ຍສໝ - ບົດຂຽນຊີ້ແຈ້ງວ່າການພົວພັນດ້ານການຄ້າສາກົນ ແລະ FDI ໃນ 30 ປີທີ່ຜ່ານມາໄດ້ຊ່ວຍໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເປີດກວ້າງທີ່ສຸດໃນໂລກ. ຢູ່ອາຊີ, ຫວຽດນາມຢືນອັນດັບທີ 2 ໃນເຂດບໍລິຫານພິເສດຮົງກົງ (ຈີນ), ສິງກະໂປ. ກະແສການລົງທືນ FDI ປະຈຳປີຂອງຫວຽດນາມແມ່ນເທົ່າກັບ 6,3% ຂອງ GDP, ເປັນອັນດັບທີ 4 ຂອງອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ທ່ານ ສາດສະດາຈານ Ryo Ikebe ໄດ້້ເນັ້ນໜັ້ກວ່າ ໃນຖານະເປັນສະມາຊິກຂອງ ອາຊຽນ, ຫວຽດນາມ ໄດ້ມີ FTA ດ້ວຍບັນດາປະເທດເຂົ້າຮ່ວມ RCEP ທັງໝົດ.
ຍສໝ - ໄລ່ຮອດໝົດປີ 2019, ຫວຽດນາມ ໄດ້ມີສັນຍາ FTA 12 ສະບັບມີຜົນສັກສິດ, ສັນຍາ FTA ໜຶ່ງສະບັບໄດ້ຮັບການລົງນາມ (ສັນຍາການຄ້າເສລີຫວຽດນາມ-ອີຢູ) ແລະມີສັນຍາ FTA ສາມສະບັບພວມໃນວິວັດການເຈລະຈາກັບ 57 ຄູ່ຮ່ວມມືການຄ້າໃນໂລກ.