ລາວເຂົ້າຮ່ວມກອງປະຊຸມປະຈຳປີປະເທດປະສານງານ ຂອບການຮ່ວມມື FEALAC
ໃນອາທິດຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືລະຫວ່າງ ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີປະເທດປະສານງານ ຂອບການຮ່ວມມື FEALAC ຜ່ານລະບົບວີດີໂອທາງໄກ.