ທຶນ FDI ເຂົ້າ ຫວຽດນາມ ເພີ່ມຂຶ້ນແຮງ ບັນລຸກວ່າ 38 ຕື້ໂດລາສະຫະລັດ
ຍສໝ - ວັນທີ 3 ສິງຫາ, ກົມສະຖິຕິ (ກະຊວງການເງິນ) ໄດ້ປະກາດຕົວເລກທີ່ສະແດງວ່າ ນັບເຖິງວັນທີ 31 ກໍລະກົດ 2026, ຍອດທຶນລົງທຶນຈາກຕ່າງປະເທດ (FDI) ທີ່ຈົດທະບຽນເຂົ້າ ຫວຽດນາມ ລວມທັງທຶນຈົດທະບຽນໃໝ່, ທຶນປັບເພີ່ມ ແລະ ການປະກອບທຶນ ຫຼື ຊື້ຫຸ້ນ ບັນລຸ 38,06 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຢ່າງແຮງ 58% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.