ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ປະເທດອີຕາລີ, ໃນວັນທີ 21 ພຶດສະພາ, ຢູ່ທີ່ສຳນັກງານໃຫຍ່ຂອງອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ທີ່ Rome (ປະເທດອີຕາລີ), ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ຫງວຽນເຟືອງແອງ (Nguyễn Phương Anh) ໄດ້ຍື່ນສານຕັ້ງ ຕໍ່ທ່ານ Qu Dongyu ຜູ້ອຳນວຍການໃຫຍ່ FAO, ເພື່ອດຳລົງຕຳແໜ່ງເປັນຜູ້ຕາງໜ້າຖາວອນ ຂອງ ຫວຽດນາມ ປະຈຳ FAO ຢ່າງເປັນທາງການ.
ຍສໝ - ແຕ່ວັນທີ 1 - 7 ກໍລະກົດນີ້, ຢູ່ສຳນັກງານໃຫຍ່ອົງການອາຫານ ແລະ ກະສິກຳຂອງສະຫະປະຊາຊາດ (FAO) ໄດ້ໄຂຂຶ້ນ ກອງປະຊຸມລັດຖະມົນຕີ FAO ຄັ້ງທີ 43 , ດ້ວຍໂຄງການເລືອກຕັ້ງຜູ້ອຳນວຍການ FAO ດຳເນີນໃນໄລຍະ 2023 - 2027 ແລະ ກອງປະຊຸມໂຕະມົນ ກ່ຽວກັບຫົວຂໍ້ການຄຸ້ມຄອງຊັບພະຍາກອນນ້ຳ.
ຍສໝ - ໃນກໍລະກົດ, ທີ່ກອງປະຊຸມລັດຖະມົນຕີອົງການອາຫານ ແລະ ການກະເສດ ສະຫະປະຊາຊາດ (FAO) ຄັ້ງທີ 43 ຢູ່ Rome, ຜູ້ແທນຫວຽດນາມ ໄດ້ສະເໜີ 3 ບັນຫາເພື່ອປະຕິບັດໂຄງການຫັນປ່ຽນລະບົບອາຫານ, ການຄຳ້ປະກັນສະບຽງອາຫານ.
ຍສໝ - ກິດຈະກຳທົດລອງການພັດທະນາການຫາເງິນລ້ຽງຊີບເພື່ອຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດໃຫ້ແມ່ຍິງຊົນນະບົດ ເຂດພູດອຍພາກເໜືອ ໄດ້ຮັບການສະໜັບສະໜູນຈາກລັດຖະບານໄອແລນ ຜ່ານ FAO ດ້ວຍງົບປະມານທັງໝົດ 100.000 ເອີໂຣ, ເຊິ່ງປະຕິບັດແຕ່ປີ 2022 ຫາ 2023.
ຍສໝ - FAO ພ້ອມແລ້ວທີ່ຈະໜູນຊ່ວຍກວາງນາມ ໃນການສ້າງກະສິກຳສະຫຼາດ, ຫັນຂະແໜງກະສິກຳເປັນດີຈີຕອນ, ໜູນຊ່ວຍຊີວິດການເປັນຢູ່ຂອງປະຊາຊົນເຂດຄຸ້ມຄອງອະນຸລັກຫຼາຍຮູບຫຼາຍແບບຊີວະສາດ ແລະ ຊ່ວຍປະຊາຊົນເຂດພູດອຍ ໃນການສ້າງຮູບແບບເສດຖະກິດທີ່ເໝາະສົມ ເພື່ອຫຼຸດຜ່ອນຄວາມທຸກຍາກ.
ຍສໝ - ຫວ່າງແລ້ວນີ້, ກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ສົມທົບກັັບອົງການອາຫານ ແລະການກະເສດ ຂອງສະຫະປະຊາຊາດ (FAO) ຈັດຕັ້ງກອງປະຊຸມຄົບຄະນະກ່ຽວກັບໂຄງການໜູນຊ່ວຍສາກົນ (ISG) 2021 ພາຍໃຕ້ຫົວຂໍ້ “ຄູ່ຮ່ວມມືຂຽວໃຫ້ພື້ນຖານກະສິກໍາໃໝ່”.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Qu Dongyu ຜູ້ອຳນວຍການໃຫຍ່ອົງ ການອາຫານ ແລະ ການກະເສດ (FAO) ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງໂຣມ ປະເທດອີຕາລີ ພ້ອມຄະນະ ວັນທີ 19 ກຸມພາ 2020 ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 18-20 ກຸມພາ ນີ້ ເຊິ່ງການຢ້ຽມຢາມ ສປປ ລາວ ຄັ້ງທຳອິດ ພາຍຫຼັງທ່ານໄດ້ຮັບຕຳແໜ່ງເປັນຜູ້ອຳນວຍການໃຫຍ່ຂອງອົງການ FAO ຄົນໃໝ່.