eCDT - ການແກ້ໄຂໃຫ້ບັນຫາ "ບັດເຫຼືອງ" IUU.
ຍສໝ - ໃນຂະນະທີ່ຂະແໜງການອາຫານທະເລຫວຽດນາມ ພະຍາຍາມແກ້ໄຂຂໍ້ສະເໜີແນະຂອງຄະນະກຳມະການເອີລົບ (EC) ກ່ຽວກັບບັນດາລະບຽບການກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີລະບຽບການ (IUU), ເຕັກໂນໂລຢີພວມກາຍເປັນປັດໄຈສຳຄັນ. ຈາກໂທລະສັບສະມາດໂຟນຂອງຊາວປະມົງໄປສູ່ລະບົບການຕິດຕາມອີເລັກໂທຣນິກ eCDT ຢູ່ທ່າເຮືອຫາປາ, ຂໍ້ມູນດິຈິຕອລແມ່ນຊ່ວຍເຮັດໃຫ້ລະບົບຕ່ອງໂສ້ການຫາປາມີຄວາມໂປ່ງໃສ - ເປັນການແກ້ໄຂແບບຍືນຍົງຕໍ່ກັບບັນຫາການຄວບຄຸມຕົ້ນກໍາເນີດ ແລະການເຊື່ອມໂຍງຕະຫຼາດສາກົນ.