ຫວຽດນາມ ເນັ້ນໜັກ ຄຳໝັ້ນສັນຍາໄປຄຽງຄູ່ກັບການກະທຳ ໃນ COP27

ຫວຽດນາມ ເນັ້ນໜັກ ຄຳໝັ້ນສັນຍາໄປຄຽງຄູ່ກັບການກະທຳ ໃນ COP27

ຍສໝ - ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 27 ຂອງ​ບັນດາ​ຝ່າຍ​ທີ່ເຂົ້າຮ່ວມສົນທິສັນຍາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP27) ທີ່ພວມ​ຈັດ​ຂຶ້ນ​ຢູ່​ອີ​ຢິບ, ຕອນ​ເຊົ້າ​ວັນ​ທີ 8 ພະຈິກ, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ​ເຈີ່ນຮົ່ງ​ຮ່າ ນຳ​ໜ້າ​ຄະນະ ໄດ້​ເຂົ້າ​ຮ່ວມ​ເຫດການ ທີ່ຈັດໂດຍທະນາຄານ​ໂລກ (WB) ດ້ວຍ​ຫົວ​ຂໍ້ ​ຍູ້​ແຮງການ​ເຄື່ອນ​ໄຫວ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.