ນັກສຶກສາ ກວາງນາມ 150 ຄົນໄດ້ຮັບທຶນການສຶກສາຈາກອົງການ Children of Vietnam
ຍສໝ - ໃນວັນທີ 4 ແລະ 5 ທັນວາ, ຢູ່ແຂວງກວາງນາມ, ອົງການ Children of Vietnam (COV/ອາເມລິກາ) ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ກວາງນາມ ເພື່ອມອບທຶນການສຶກສາ 150 ທຶນໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.