ຍສໝ - ໃນຕອນເຊົ້າວັນທີ 2 ມິຖຸນາ, ທ່ານ ຟາມຢາຕຸກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການ, ທັງເປັນປະທານຄະນະກຳມະການແຫ່ງຊາດ APEC 2027 ໄດ້ເປັນປະທານວາລະກອງປະຊຸມ ຄັ້ງທີ 3 ຂອງຄະນະກຳມະການ, ໂດຍມີການເຊື່ອມຕໍ່ລະບົບທາງໄກອອນລາຍ ໄປຍັງຈຸດຂົວຕໍ່ຄະນະກຳມະການປະຊາຊົນແຂວງ ອານຢາງ (An Giang).
ຍສໝ - ຍຸດທະສາດການທູດວັດທະນະທຳຂອງແຂວງ ອານຢາງ ໃນໄລຍະປີ 2026 - 2030 ໄດ້ກຳນົດການປ່ຽນແປງບັນດາມໍລະດົກວັດທະນະທຳ ແລະ ຄຸນຄ່າເອກະລັກທີ່ໂດດເດັ່ນຂອງແຂວງ ໃຫ້ກາຍເປັນກຳລັງແຮງອັນມະຫາສານ ເພື່ອຍົກລະດັບບົດບາດ ແລະ ຕຳແໜ່ງຂອງແຂວງໃນເວທີສາກົນ.
ຍສໝ - ແຕ່ວັນທີ 14-16 ພະຈິກນີ້, ຢູ່ສູນປະຊຸມ Moscone, San Francisco, ອາເມລິກາ, ໄດ້ຈັດກອງປະຊຸມຂັ້ນສູງວິສາຫະກິດ APEC 2023 ກັບການເຂົ້າຮ່ວມຂອງການນຳຂອງບັນດາວິສາຫະກິດແຖວໜ້າຂອງໂລກ ແລະ ພາກພື້ນອາຊີ - ປາຊີຟິກ, ອົງການຈັດຕັ້ງສາກົນ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລໃນຂົງເຂດ.
ຢືນຢັນຖານະທີ່ຕັ້ງຂອງຫວຽດນາມ ໃນ APEC, ຫັນຖະແຫຼງການຮ່ວມຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ໃຫ້ປະກົດຜົນເປັນຈິງ
ປະທານປະເທດຫວຽດນາມ ຕ້ອນຮັບນາຍົົກລັດຖະມົນຕີມາເລເຊຍ ເນື່ອງໃນໂອກາດເຂົ້າຮ່ວມສັບປະດາສຸດຍອດ APEC 2023
ເປີດກວ້າງການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື-ພັດທະນາ
ຍສໝ - ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າຂອງຫຼາຍເວທີປາໄສຫຼາຍຝ່າຍ ແລະ ພາກພື້ນຄື ອາຊຽນ, APEC ແລະ WTO
ຍສໝ - ນັ້ນແມ່ນຖະແຫຼງການຂອງທ່ານລັດຖະມົນຕີການເງິນ ໂຮ່ດຶກຟຸກ ທີ່ກອງປະຊຸມລັດຖະມົນຕີການເງິນ APEC ປີ 2023.
ຍສໝ - ຕອນບ່າຍວັນທີ 14 ພະຈິກ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກເດີນທາງໄປເຂົ້າຮ່ວມສັບປະດາຂັ້ນສູງ APEC 2023 ແລະ ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ.
ຍສໝ - ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນຖິມີງຮັງ ເນັ້ນໜັກວ່າ: ຫວຽດນາມ ຈະສົມທົບກັບບັນດາສະມາຊິກອື່ນໆເພື່ອແນໃສ່ຊຸກຍູ້ຈິດໃຈສົນທະນາ, ກໍ່ສ້າງ, ຄວາມຮັບຜິດຊອບ, ຊຸກຍູ້ການພົວພັນຫຼາຍຝ່າຍ, ການຮ່ວມມື ແລະ ການກະທຳເພື່ອການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງພາກພື້ນ.
ວັນທີ 16 ພະຈິກ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນຖານທັບອາກາດ ດອນເມືອງ (Don Mueang) ແຫ່ງລາຊະອານາຈັກໄທ, ນະຄອນຫຼວງ ບາງກອກ, ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29.
ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ນະຄອນຮະລອງ, ແຂວງກ໋ວາງນິງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 3 ຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC, ເອີ້ນຫຍໍ້ ABAC, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 150 ທ່ານໂດຍຕາງໜ້າ 17 ພື້ນຖານເສດຖະກິດສະມາຊິກ APEC.
ຍສໝ - ເນື່ອງໃນໂອກາດທີ່ ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ຄັ້ງທີ 28 ແຕ່ວັນທີ 11-12 ພະຈິກ 2021 ດ້ວຍຮູບແບບອອນລາຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ໄດ້ມີການແລກປ່ຽນກັບນັກຂ່າວ ກ່ຽວກັບສະພາບການຮ່ວມມື APEC ໃນຊຸມປີທີ່ຜ່ານມາ, ການປະກອບສ່ວນຂອງຫວຽດນາມ ເຂົ້າໃນ APEC ແລະ ຄວາມຕັ້ງຫວັງໃນເວທີປາໄສນີ້.
ຍສໝ - ກອງປະຊຸມສຸດຍອດວິສາຫະກິດ APEC 2021 ໄດ້ດຳເນີນໃນລະຫວ່າງວັນທີ 11-12 ພະຈິກ ຢູ່ Aukland (ນິວຊີແລນ) ຜ່ານລະບົບທາງໄກສົມທົບກັບໂດຍກົງ. ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຮັບການເຊີນຂຶ້ນກ່າວປາໄສ, ກໍານົດທິດໃຫ້ການປຶກສາຫາລືໃນວາລະປະຊຸມຄັ້ງທຳອິດຂອງກອງປະຊຸມກ່ຽວກັບການພັດທະນາແບບຍືນຍົງ ແລະການປ່ຽນແປງຂອງດິນຟ້າອາກາດ...
ຍສໝ - ກອງປະຊຸມມີການເຂົ້າຮ່ວມຂອງ 21 ສະມາຊິກ APEC, ສະພາໃຫ້ຄຳປຶກສາການດຳເນີນທຸລະກິດ APEC (ABAC), ອາຊຽນ, ສະພາຮ່ວມມືເສດຖະກິດ ປາຊີຟິກ (PECC), ເວທີປາໄສບັນດາເກາະຢູ່ປາຊີຟິກ (PIF), ອົງການການຄ້າ ໂລກ (WTO) ແລະ ຄະນະເລຂາສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC).
ຍສໝ - ສັບປະດາກອງປະຊຸມສຸດຍອດການຮ່ວມມືດ້ານເສດຖະກິດອາຊີ-ປາຊີຟິກ (APEC) ຄັ້ງທີ 28 (APEC 28) ດ້ວຍຮູບແບບອອນລາຍ ແລະ ໂດຍການເປັນປະທານຂອງ ນິວຊີແລນ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 5 ພະຈິກນີ້ ດ້ວຍກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ APEC…
ລັດຖະມົນຕີ, ເຈົ້າໜ້າທີ່ ແລະ ການນໍາບັນດາພື້ນຖານເສດຖະກິດ ໄດ້ໃຫ້ຄຳໝັ້ນສັນຍາ ຈະຜັນຂະຫຍາຍບັນດານະໂຍບາຍຊ່ວຍຍົກສູງໂອກາດສຳຜັດກັບແຫຼ່ງທຶນ ແລະ ຕະຫຼາດໃຫ້ແກ່ແມ່ຍິງ, ຊຸກຍູ້ແມ່ຍິງເຂົ້າຮ່ວມກຳລັງອອກແຮງງານ, ເປີດກວ້າງໂອກາດໃຫ້ແມ່ຍິງດຳລົງຕຳແໜ່ງເປັນການນຳ. ບັນດາຂໍ້ຕົກລົງດັ່ງກ່າວຈະສ້າງພື້ນຖານແກ່ອະນາຄົດທີ່ຍືນຍົງຂອງແມ່ຍິງ ແລະ ເດັກຍິງ.
ຍສໝ - ເນື່ອງໃນໂອກາດປີໃໝ່ 2021, ທ່ານ ບຸຍແທັງເຊີນກຳມະການສູນກາງພັກ, ລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ເຊິ່ງແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດ ຂອງປີ 2020.
ຍສໝ - ທ່ານບຸຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ປີ 2020 ແມ່ນປີແຫ່ງຂີດໝາຍຂອງ APEC ດ້ວຍການຮັບຮອງເອົາວິໄສທັດ APEC ຮອດປີ 2040 ກຳນົດທິດໃຫ້ແກ່ການຮ່ວມມື APEC ໃນຊຸມທົດສະວັດຈະມາເຖິງ, ໃນນັ້ນມີການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin, ວັນທີ 20 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 27 ຕາມຮູບການທາງອອນລາຍ. ກອງປະຊຸມ ແມ່ນການເຄື່ອນໄຫວສຳຄັນທີ່ສຸດຂອງ ສັບປະດາຂັ້ນສູງ APEC ຄັ້ງທີ 27 ດ້ວຍການເຂົ້າຮ່ວມຂອງການນຳ 21 ພື້ນຖານເສດຖະກິດສະມາຊິກ.