7 ປະເທດມີປ່າ Amazon ຢູ່ອາເມລິກາໃຕ້ ໄດ້ເຊັນຂໍ້ຕົກລົງ ສົມທົບກັນປົກປັກຮັກສາປ່າ Amazon
ເມື່ອບໍ່ດົນມານີ້, 7 ປະເທດມີປ່າ Amazon ຢູ່ອາເມລິກາໃຕ້ ໄດ້ເຊັນຂໍ້ຕົກລົງສະບັບໜຶ່ງເພື່ອແນໃສ່ປົກປັກຮັກສາປ່າເຂດຮ້ອນແຫ່ງໃຫ່ຍກ່ວາໝູ່ໃນໂລກນີ້.
ເມື່ອບໍ່ດົນມານີ້, 7 ປະເທດມີປ່າ Amazon ຢູ່ອາເມລິກາໃຕ້ ໄດ້ເຊັນຂໍ້ຕົກລົງສະບັບໜຶ່ງເພື່ອແນໃສ່ປົກປັກຮັກສາປ່າເຂດຮ້ອນແຫ່ງໃຫ່ຍກ່ວາໝູ່ໃນໂລກນີ້.
ວັນທີ 6 ກັນຍາ, ຢູ່ ນະຄອນ Leticia ປະເທດ ໂຄລົມເບຍ ໄດ້ດຳເນີນກອງປະຊຸມສຸດຍອດຂອງບັນດາປະເທດມີປ່າ Amazon ເພື່ອປຶກສາຫາລືນະໂຍບາຍລວມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຂຸດຄົ້ນປ່າແບບຍືນຍົງໃນພາກພື້ນ. ເຫດການນີ້ ດຳເນີນໃນສະພາບການທີ່ສອງສາມອາທິດຜ່ານມາ ເຂດປ່າ Amazon ຖືກໄຟໄຫມ້ຢ່າງຮ້າຍແຮງກວ່າໝູ່ໃນຫລາຍປີຜ່ານມາ. ໄພພິບັດນີ້ໄດ້ຮັບຖືວ່າ ແມ່ນຜົນກະທົບຢ່າງແຮງຕໍ່ການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ. ແລະ ປະຈຸບັນ ເລື່ອງໄຟໄຫມ້ປ່າ Amazon ບໍ່ແມ່ນເລື່ອງສະເພາະຂອງແຕ່ລະປະເທດອີກ.
ຍສໝ - ຊຸມຊົນໃນໂລກ ກຳລັງມີຄວາມກັງວົນ ກ່ຽວກັບສະພາບການໄຟປ່າຂອງປ່າໄມ້ Amazon ເພາະວ່າປ່າຝົນແຫ່ງນີ້ໄດ້ຖືວ່າເປັນ "ປອດສີຂຽວຂອງໂລກ", ສະໜອງ ອົກຊີເຈນ ປະມານ 20% ໃຫ້ແກ່ໂລກ.