ຕູ້​ປຶ້ມ​ພາສາ​ຫວຽດນາມ: ປະກອບສ່ວນ​ກໍ່ສ້າງ ​ແລະ ຮັກສາ​ພາສາ​ຫວຽດນາມ​ຢູ່ 5 ທະວີບ

ຕູ້​ປຶ້ມ​ພາສາ​ຫວຽດນາມ: ປະກອບສ່ວນ​ກໍ່ສ້າງ ​ແລະ ຮັກສາ​ພາສາ​ຫວຽດນາມ​ຢູ່ 5 ທະວີບ

ຍສໝ - “ການຂະຫຍາຍເຄືອຂ່າຍຕູ້ປື້ມພາສາຫວຽດນາມ ບໍ່ພຽງແຕ່ປະກອບສ່ວນນຳປື້ມ ແລະ ອຸປະກອນການຮຽນຂອງຫວຽດນາມ ໄປຍັງຊາວຫວຽດນາມ ຢູ່ຕ່າງປະເທດເທົ່ານັ້ນ, ຫາກຍັງຊຸກຍູ້ການທູດວັດທະນະທຳ, ພາສາ, ເຜີຍແຜ່ບັນດາຄຸນຄ່າວັດທະນະທຳຫວຽດນາມ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ”. ນັ້ນ​ແມ່ນ​ການ​ແບ່ງປັນ​ຂອງ​ທ່ານ ປອ. ຟ້າ​ມວິ້ງໄທ - ຫົວໜ້າບັນນາທິການສຳນັກ​ພິມ​ຈຳໜ່າຍ​ການ​ສຶກສາ ຫວຽດນາມ ​ໄດ້​ໃຫ້​ສຳພາດ​ຕໍ່​ວາລະສານ ຍຸກສະໄໝ ກ່ຽວ​ກັບ​ຂະ​ບວນການ​ປະຕິບັດ​ຮູບ​ແບບ​ຕູ້​ປຶ້ມ​ຫວຽດນາມ ຢູ່​ໃນ​ໂລກ.