ຍສໝ - ໃນຕອນຄ່ຳຂອງວັນທີ 14 ມິຖຸນາ 2019, ທີ່ສະໜາມຫລວງທະເລ ຕາມແທັງ, ຄະນະກຳມະການປະຊາຊົນນະຄອນ ຕາມກີ່, ແຂວງ ກວ໊າງນາມ ສສ ຫວຽດນາມ ໄດ້ຈັດຕັ້ງພິທີໄຂ Festival ທ່ອງທ່ຽວທະເລ ຕາມກີ່ ປີ 2019 ພາຍໃຕ້ຫົວຂໍ້ວ່າ “ຈົ່ງມາຢ້ຽມຢາມ ແລະ ຄົ້ນຫາ ຕາມກີ່”.
ຍສໝ - ງານມະໂຫລານດົນຕີອາຊຽນ 2019 ຈະໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 25 – 31 ພຶດສະພາ 2019 ຢູ່ ນະຄອນຫ໋າຍຟ່ອງ ສສ ຫວຽດນາມ.
ຍສໝ-ການແຂ່ງຂັນຊີງຊະນະເລີດບານເຕະເພດຍິງ U16 ອາຊີ 2019 ໄດ້ໄຂຂຶ້ນທີ່ນະຄອງຫຼວງວຽງຈັນລະຫວ່າງວັນທີ 28 ກຸມພາ ຫາ ວັນທີ 8 ມີນາ 2019.
ວົງການກີລາຢູໂດລາວ ເຄີຍສ້າງຜົນງານໂດດເດັ່ນມາສູ່ລາວຢ່າງຕໍ່ເນື່ອງ ນັບແຕ່ຊີເກມ 2007 ທີ່ປະເທດໄທເປັນຕົ້ນມາ ແຕ່ຄັ້ງຫຼ້າສຸດໃນຊີເກມ 2017 ທີ່ມາເລເຊຍ ສາມາດຍາດໄດ້ພຽງ 1 ຫຼຽນທອງ ຈາກທ້າວ ຈິດຕະກອນ ໄຊຍະສານ ປະເພດຕໍ່ສູ້ຮຸ່ນນ້ຳໜັກ 81 ກິໂລ ເນື່ອງຈາກເຈົ້າພາບຕັດລາຍການທີ່ຢູໂດລາວ ມີຄວາມຫວັງຫຼຽນອອກເກືອບໝົດ ແລະ ມີລາຍການໜ້ອຍທີ່ສຸດໃນປະຫວັດສາດ ເຮັດໃຫ້ຢູໂດລາວບໍ່ບັນລຸເປົ້າໝາຍ.
ງານວາງສະແດງ Lao ICT EXPO 2019 ຂຶ້ນເປັນປີທີ III ວັນທີ 12-16 ມິຖຸນາ 2019 ຢູ່ສູນການຄ້າລາວ-ໄອເຕັກ ເພື່ອເປັນເວທີໃນການສ້າງໂອກາດໃຫ້ຜູ້ປະກອບການ ຜູ້ຜະລິດ ຜູ້ບໍລິການ ຜູ້ຊົມໃຊ້ ແລະ ຜູ້ຄຸ້ມຄອງ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ໄດ້ພົບປະແລກປ່ຽນບົດຮຽນ ສ້າງຄວາມຮູ້-ຄວາມເຂົ້າໃຈ ແລະ ການຮ່ວມມືດ້ານການຄ້າ ແລະ ການພັດທະນາຮ່ວມກັນ.
ລັດຖະບານຈຶ່ງໄດ້ດຳເນີນກອງປະຊຸມສະ ໄໝວິສາມັນຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ໃນວັນທີ 11 ກຸມພາ 2019, ພາຍໃຕ້ການ ເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ຍສໝ-ອີງຕາມຂໍ້ມູນຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າທັງໝົດໃນເດືອນມັງກອນ 2019 ບັນລຸ 40,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 1,8% ທຽບໃສ່ເດືອນທັນວາ 2018 ແລະ ເພີ່ມຂຶ້ນ 0,89% ທຽບໃສ່ໄລຍະດຽວກັນໃນປີ 2018.
ຍສໝ - ເນື່ອງໃນໂອກາດປີໃໝ່ປະຈໍາຊາດຫວຽດນາມ 2019, ທ່ານ ນາງ ຫງວຽນ ເຟືອງ ງາ ປະທານສະຫະພັນອົງການມິດຕະພາບຫວຽດນາມ ໄດ້ສົ່ງສານອວຍພອນປີໃໝ່ໄປຍັງ ບັນດາເພື່ອນຜູ້ອ່ານຫນັງສືພິມເທີ່ຍດ້າຍທຸກໆທ່ານ ຢູ່ໃນປະເທດ ແລະ ທົ່ວໂລກ, ຊາວຫວຽດນາມຢູ່ຕ່າງແດນ ແລະ ບັນດາປະເທດເພື່ອນມິດ.
ຍສໝ - ວັນບຸນວິສາຂະບູຊາ 2019 (Vesak 2019) ໄດ້ໄຂຂຶ້ນໃນລະຫວ່າງແຕ່ວັນທີ 12-14 ພຶດສະພາ 2019 ທີ່ຫວຽດນາມ, ໄດ້ນຳຫວຽດນາມ ໃຫ້ກາຍເປັນຈຸດນັດພົບຂອງການດຳເນີນຊີວິດທາງດ້ານສາສະໜາສາກົນຢ່າງແທ້ຈິງ.
ສປປ ລາວ ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກີລາດອກປີກໄກ່ຊີງແຊັມນາໆຊາດ ປະຈຳປີ 2019 ຫຼື ລາຍການດອກປີກໄກ່ ເບຍລາວ ອິນເຕີເນເຊິນນອລ ຊີຣີ 2019 ເພື່ອເປັນການສະສົມຄະແນນລະດັບໂລກ “ເວີລແລັງກິງ” ຈັດຂຶ້ນວັນທີ 19-24 ກຸມພາ ທີ່ຈະມາເຖິງຢູ່ສະໂມສອນດອກປີກໄກ່ເຊດຖາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
ຍສໝ - ນອກຈາກບັນດາເງື່ອນໄຂທີ່ດີຈາກຜົນໄດ້ຮັບທີ່ໂດດເດັ່ນໃນ ປີ 2018 ກ່ຽວກັບສະຖຽນລະພາບມະຫາພາກ, ການເຕີບໂຕທາງເສດຖະກິດ, ຄວບຄຸມເງິນເຟີ້, ປັບປຸງສະພາບແວດລ້ອມດ້ານການລົງທຶນທຸລະກິດ ແລະ ຍຸ້ແຮງການເຊື່ອມໂຍງການ, ຮ່ວມມືດ້ານເສດຖະກິດສາກົນ, ເສດຖະກິດ - ສັງຄົມຂອງປະເທດຂອງພວກເຮົາໃນປີ 2019 ຍັງຄາດຄະເນວ່າຈະປະເຊີນກັບສິ່ງທ້າທາຍຕ່າງໆທີ່ມາຈາກເສດຖະກິດພາຍໃນ.