ຢູ-19 ລາວ ຫວັງເກັບໄຊນັດທຳອິດ ເຕະບານຍິງນາໆຊາດທີ່ ບັງກລາເທດ
ທ່ານ ວົງມີໄຊ ສຸບົວຄຳ ຄູເຝິກໃຫຍ່ທີມເຕະບານຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ໃຫ້ສຳພາດວ່າ: ສຳລັບການແຂ່ງຂັນເຕະບານຍິງຮຸ່ນອາຍຸບໍ່ເກີນ 19 ປີ ຫຼື “Bangamata U-19 Women’s International Gold Cup 2019” ທີ່ນະຄອນຫຼວງທາກາ ປະເທດບັງກະລາເທດເປັນເຈົ້າພາບປັດຈຸບັນສະພາບຂອງທີມພວກເຮົາພາຍຫຼັງນຳພານັກກີລາລົງເຝິກຊ້ອມມື້ທຳອິດເຫັນວ່າ ນັກກີລາທຸກຄົນມີຄວາມພ້ອມເຕັມທີ.