ທິມຊາດຫວຽດນາມ ໄດ້ເຂົ້າຮອບຊີງແຊັມຂອງການແຂ່ງຂັນບານເຕະຍິງຊີງແຊັມອາຊີຮຸ່ນອາຍຸ 16 ປີ
ຍສໝ - ໃນການແຂ່ງຂັນລະຫວ່າງທິມຊາດຫວຽດນາມ ກັບ ທິມຊາດອີຮານ ບໍ່ໄດ້ມີປະຕູກໍ່ຊ່ວຍໃຫ້ທິມຊາດຫວຽດນາມໄດ້ເຂົ້າຮອບຊີງແຊັມອາຊີຮຸ່ນອາຍຸ 16 ປີ ເຊິ່ງເປັນຄັ້ງທໍາອິດທິມຊາດຫວຽດນາມໄດ້ເຂົ້າຮອບຊີງແຊັມອາຊີຮຸ່ນອາຍຸ 16 ປີ ພາຍຫຼັງ 8 ປີ ທີ່ການແຂ່ງຂັນບານເຕະຍິງຊີງແຊັມອາຊີຮຸ່ນອາຍຸ 16 ປີ ນີ້ໄດ້ຈັດຂຶ້ນມາຢ່າງເປັນທາງການ.