ຍສໝ - 57 ປີໄດ້ຜ່ານໄປ, ແຕ່ໃນຄວາມຊົງຈຳຂອງທ່ານນາງ ຢູຊູເຫ້ວ - ອະດີດພະນັກງານສາທາລະນະສຸກໂຮງໝໍ ນານຊິເຊີນ (ກຸ້ຍລິນ, ປະເທດຈີນ), 8 ປີແຫ່ງໄວໜຸ່ມຂອງທ່ານນາງໄດ້ໃຊ້ຊີວິດຢູ່ກັບທະຫານພິການ ແລະ ບາດເຈັບຂອງຫວຽດນາມຍັງຍັງຄົງຢູ່ຢ່າງຄົບຖ້ວນ. ເລື່ອງຂອງນາງແມ່ນພະຍານຫຼັກຖານທີ່ມີຊີວິດຊີວາເຖິງຄວາມມິດຕະພາບລະຫວ່າງຫວຽດນາມ ແລະ ຈີນ, ເຊິ່ງເລືອດ ແລະ ນ້ຳຕາໄດ້ປະສົມເຂົ້າກັນໃນຊຸມປີແຫ່ງການຕໍ່ຕ້ານອາເມລິກາ.
ຍສໝ - ຫວຽດນາມ ສືບຕໍ່ໜູນຊ່ວຍລາວໃນການບຳລຸງສ້າງ, ຖ່າຍທອດເຕັກໂນໂລຊີ, ໜູນຊ່ວຍການກວດ ແລະ ປິ່ນປົວພະຍາດ, ເພື່ອຍົກສູງລະດັບວິຊາສະເພາະຂອງພະນັກງານການແພດ, ການຢາ, ຮັບໃຊ້ດ້ານສຸຂະພາບຂອງປະຊາຊົນລາວ ແລະ ຊາວ ຫວຽດນາມ ຢູ່ລາວ ໃຫ້ດີທີ່ສຸດ.
ຍສໝ - “ໝໍ້ເຈົ້າປຽກແຫ່ງຄວາມຮັກແພງ” – ລາຍການການກຸສົນຫັນເປັນຄວາມສະໝັກໃຈທາງສັງຄົມ ຢູ່ບັນດາຮາກຖານການແພດດ້ວຍເປົ້າໝາຍໜູນຊ່ວຍໂພຊະນາການໃຫ້ແກ່ກຸ່ມຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ ແລະພວມແຜ່ຂະຫຍາຍເປັນວົງກວ້າງ, ໄດ້ຮັບການຕອບສະໜອງຢ່າງແຮງຂອງວົງຄະນະຍາດ.
ໃນວັນທີ 13 ມັງກອນ 2021, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 1-11 ມັງ ກອນ 2021 ມີລາຍງານກໍລະນີຄົນເຂົ້າມາ ສປປ ລາວ ບໍ່ຖືກລະບຽບ ໂດຍໃຊ້ເຮືອນ້ອຍ ຂ້າມມາຈາກປະເທດເພື່ອບ້ານ ຜ່ານເຂດເມືອງສັງທອງ, ນະຄອນຫລວງວຽງຈັນ, ມີທັງໝົດ 10 ຄົນ, ໃນນັ້ນ ເປັນເພດຊາຍ 7 ຄົນ, ທັງໝົດ ແມ່ນຖືກນຳເຂົ້າໄປຈຳກັດບໍລິເວນຢູ່ ສູນທີ່ຄະນະສະເພາະກິດກຳນົດໄວ້.
ຍສໝ - ສະຖານທູດສະຫະລັດອາເມລິກາ ຫາກໍ່ສົ່ງຈົດໝາຍຂອບໃຈບັນດາທ່ານໝໍຂອງໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ເອົາໃຈໃສ່ໃນການເບິ່ງແຍງ ແລະປິ່ນປົວຄົນເຈັບອາເມລິກາໃນໄລຍະການຮັກສາໄລຍະຍາວ.
ຍສໝ - ເມື່ອບໍ່ດົນມານີ້, ຮ້ານອາຫານຫວຽດນາມທີ່ມີຊື່ວ່າ ຍາຈາງ Restaurant ໃນ San Jose (California, ສະຫະລັດອາເມລິກາ) ໄດ້ສະໜັບສະໜູນອາຫານທີ່ແຊບ ແລະ ມີທາດບຳລຸງຫຼາຍຮ້ອຍຊະນິດເພື່ອຊ່ວຍແພດໝໍ ຢູ່ໂຮງໝໍ ໃນນະຄອນຕໍ່ສູ້ຕ້ານກັບ COVID-19.
ຍສໝ - ໂຮງໝໍແມ່ສູນກາງ ຫາກໍ່ໄດ້ມອບຊຸດປ້ອງກັນຕ້ານໂລກລະບາດ 500 ຊຸດ ບັນລຸມາດຕະຖານ, ເຊິ່ງແຕ່ລະຊຸດປະກອບມີ: ໂສ້ງ, ເຊື້ອ, ຜ້າອັດປາກ, ແວ່ນຕາ, ໝວກ, ຖົງມື ແລະ ຜ້າປົກເກີບ ໃຫ້ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ເພື່ອສະໜັບສະໜູນ ປະຊາຊົນຝຣັ່ງຕໍ່ຕ້ານ COVID-19.
ຍສໝ -ຜູ້ອຳນວຍການສູນຄວບຄຸມສານພິດຂອງໂຮງໝໍແບກມາຍ, ທ່ານ ດຣ, ທ່ານໝໍ ຫງວຽນຈູງງວຽນ ໄດ້ຢືນຢັນກໍລະນີທຳອິດກ່ຽວກັບການເປັນພິດຂອງ Chloroquine - ຢາທີ່ປິ່ນປົວໄຂ້ຍຸງ ແຕ່ພໍ່ແມ່ປະຊາຊົນຊື້ມາໃຊ້ເອງເພາະເຂົາເຈົ້າຄິດວ່າຢາປະເພດນີ້ສາມາດປ້ອງກັນບໍ່ໃຫ້ຕິດແປດພະຍາດ COVID-19 ໄດ້ຕາມຂ່າວລື.