ລາວ: ໂຈະອອກໃບອະນຸຍາດຕັ້ງຮ້ານແລກປ່ຽນເງິນຕາ

ລາວ: ໂຈະອອກໃບອະນຸຍາດຕັ້ງຮ້ານແລກປ່ຽນເງິນຕາ

ຍສໝ - ເພື່ອ​ເຮັດ​ໃຫ້​ບຸກ­ຄົນ ແລະ ນິ­ຕິ­ບຸກ­ຄົນ​ທີ່​ມີ​ຈຸດ­ປະ­ສົງ​ການ​ດຳ­ເນີນ​ທຸ­ລະ​ກິດ​ແລກ­ປ່ຽນ​ເງິນ­ຕາ ໄດ້​ຮັບ​ຊາບ​ຢ່າງ​ທົ່ວ​ເຖິງ ກົມ​ນະ­ໂຍ­ບາຍ​ເງິນ­ຕາ ທຫລ ໄດ້​ສືບ­ຕໍ່​ແຈ້ງ​ໂຈະ​ການ​ອອກ​ໃບ​ອະ­ນຸ­ຍາດ​ດໍາເນີນທຸ­ລະ​ກິດ​ແລກ­ປ່ຽນ​ເງິນ­ຕາ​ໃນ​ທົ່ວ​ປະ­ເທດ​ຕື່ມ​ອີກ ໂດຍ​ໄດ້​ອອກ​ແຈ້ງ​ການ ເລກ​ທີ 571/ກນງ ລົງ​ວັນ​ທີ 10 ພຶດ­ສະ­ພາ 2019 ເຊິ່ງ​ລະ­ບຸ​ວ່າ: ທຫລ ຈະ​ສືບ­ຕໍ່​ໂຈະ​ການ​ຮັບ​ເອ­ກະ­ສານ​ຄຳ​ຮ້ອງ ແລະ ການ​ອອກ​ໃບ​ອະ­ນຸ­ຍາດ​ດຳ­ເນີນ​ທຸ­ລະ​ກິດ​ແລກ­ປ່ຽນ​ເງິນ­ຕາ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຈົນ​ກວ່າ​ຈະ​ມີ​ແຈ້ງ​ການ​ສະ­ບັບ​ໃໝ່​ປ່ຽນ​ແທນ.

ນະຄອນຫຼວງ ເຫັນດີໃຫ້ໂຈະໂຄງການລົງທຶນຂອງລັດ 11 ໂຄງການ

ນະຄອນຫຼວງ ເຫັນດີໃຫ້ໂຈະໂຄງການລົງທຶນຂອງລັດ 11 ໂຄງການ

ກອງ​ປະ­ຊຸມ​ສະ­ຫຼຸບ​ຕີ​ລາ­ຄາ​ການ­ເຄື່ອນ­ໄຫວ​ວຽກ​ງານ​ກວດ­ກາ ປະ­ຈຳ​ປີ 2018 ຈັດ​ຂຶ້ນ​ວັນ​ທີ 20 ກຸມ­ພາ 2019 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະຄອນ­ຫຼວງ​ວຽງ​ຈັນ (ນວ) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ລາດ​ຊະ­ນີ​ວົງ ອະ​ມາ​ຣາ​ທິ​ທາ­ດາ ປະ­ທານ​ກວດ­ກາ​ພັກ ຫົວ­ໜ້າ​ອົງ­ການ​ກວດ­ກາ​ລັດ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ນວ ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ທ່ານ ດາວ​ບົວ­ລະ­ພາ ບາ​ວົງ​ເພັດ ຮອງ​ປະ­ທານ​ຄະ­ນະ​ກວດກາ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.