ແກ້ໄຂໂຈດ

ແກ້ໄຂໂຈດ "ທຶນສີຂຽວ" ໃຫ້ແກ່ວິສາຫະກິດ ດາຫນັງ ຜ່ານຮູບແບບການຮ່ວມມືໃໝ່

ຍສໝ - ແນ່ໃສ່ແກ້ໄຂຄວາມຫຍຸ້ງຍາກ ໃນຂະບວນການຫັນເປັນສີຂຽວ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ດານັງ, ທະນາຄານ ນາມອາ ແລະ ອົງການ WUSC ຫາເກີດໄດ້ຕົກລົງຈັດຕັ້ງປະຕິບັດ ຮູບແບບການຮ່ວມມືຍຸດທະສາດ. ການເຊື່ອມໂຍງນີ້ ຮັບບົດບາດເປັນຂົວຕໍ່ ໄຂແຫຼ່ງການເງິນສາກົນ, ພ້ອມດຽວກັນນັ້ນ ກໍ່ປະກອບຄວາມສາມາດໃນການປະຕິບັດ ການພັດທະນາຢ່າງຍືນຍົງ ໃຫ້ແກ່ສັງຄົມວິສາຫະກິດທ້ອງຖິ່ນ.

ສະມາຊິກລັດຖະສະພາ ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຂອງສົງຄາມ

ສະມາຊິກລັດຖະສະພາ ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຂອງສົງຄາມ

ຍສໝ - ທີ່​ການ​ພົບ​ປະ​ກັບ​ທ່ານຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມິນ ຫວໍວັນຮວ່ານ ວັນ​ທີ 26 ມັງກອນ ຢູ່​ນະ​ຄອນ ​ໂຮ່​ຈິ​ມິນ, ຄະ​ນະ​ຜູ້​ແທນ​ສະພາແຫ່ງຊາດ ອາເມລິກາ ໂດຍ​ທ່ານ​ນາງ Young Kim, ປະ​ທານ​ອະນຸກຳມະການການ​ຕ່າງ​ປະ​ເທດ​ສະພາຕ່ຳກ່ຽວກັບ ມະຫາສະໝຸດອິນ​ເດຍ - ປາ​ຊີ​ຟິກ ໃຫ້ຮູ້ວ່າ ຍາມ​ໃດ​​ກໍ່​ມີ​ຄວາມ​ສົນ​ໃຈ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມືໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງຜົນຮ້າຍຂອງສົງຄາມ ແລະ ການໄກ່ເກ່ຍພາຍຫຼັງ​ສົງຄາມ.