ຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ເມັກຊິໂກ

ຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ເມັກຊິໂກ

ຍສໝ - ນັ້ນ​ແມ່ນ​ຂໍ້​ມູນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເມັກ​ຊິ​ໂກ ປະ​ຈຳ​ ຫວຽດ​ນາມ Alejandro Negrín Munoz ໃນການ​ພົບ​ປະ​ກັບ​ທ່ານ ​ເຈີນສີແທັງ ຮອງ​ເລ​ຂາ​ພັກ​ນະ​ຄອນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃນ​ວັນ​ທີ 8 ເມສາ ຢູ່ ຮ່າ​ໂນ້ຍ. ທ່ານ​ເອກ​ອັກຄະ​ລັດຖະທູດໃຫ້ຮູ້​ວ່າ ​ເພື່ອ​ແນ​ໃສ່ມຸ່ງໄປເຖິງຂີດໝາຍ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ສະຖານທູດ ເມັກ​ຊິ​ໂກ ປະຈຳ ຫວຽດນາມ ຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳທີ່ດີເດັ່ນ​​ໃນ​ປີ 2025.

ເມັກຊິໂກກາຍເປັນປະເທດທໍາອິດທີ່ສະຫນອງຢາຟຣີໃຫ້ແກ່ປະຊາຊົນ

ເມັກຊິໂກກາຍເປັນປະເທດທໍາອິດທີ່ສະຫນອງຢາຟຣີໃຫ້ແກ່ປະຊາຊົນ

ຍສໝ - ວັນ​ທີ 29 ທັນວາ​ນີ້, ລັດຖະບານ​ເມັກ​ຊິ​ໂກ ​ໄດ້ເປີດ​ສະຫຼອງສູນການແຈກຢາຍຢາ​ແຫ່ງ​ຊາດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ເພື່ອ​ນຳ​ເອົາ​ຜະລິດ​ຕະພັນ​ການ​ແພດ​ໂດຍ​ບໍ່​ເສຍ​ຄ່າ​​ໄປ​ໃຫ້​ເຖິງມືຄົນ​ເຈັບ​ພາຍ​ໃນ​ເວລາ 48 ຊົ່ວ​ໂມງ​ໃນ​ທົ່ວ​ປະ​ເທດ​ນີ້.

ເມັກຊິໂກ ແມ່ນປະເທດທີ່ນຳເຂົ້າປາປຶ່ງໃຫຍ່ອັນດັບທີ 3 ຂອງຫວຽດນາມ

ເມັກຊິໂກ ແມ່ນປະເທດທີ່ນຳເຂົ້າປາປຶ່ງໃຫຍ່ອັນດັບທີ 3 ຂອງຫວຽດນາມ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຂໍ້​ມູນ​ຂອງ​ສະມາຄົມ​​ສົ່ງ​ອອກ ​ແລະ ປຸງແຕ່ງ​ອາຫານ​ທະ​ເລ​ຫວຽດນາມ (VASEP) ​ໃຫ້​ຮູ້​ວ່າ: ​ໃນ 7 ​ເດືອນ​ຕົ້ນ​ປີ​ນີ້, ​ເມັກ​ຊິ​ໂກ ​ໄດ້​ນຳ​ເຂົ້າປາປຶ່ງ​​ຫວຽດນາມ ກ່ວາ 73 ລ້ານ USD, ​ເຮັດ​ໃຫ້​ເມັກ​ຊິໂກ ​ກາຍ​ເປັນ​ປະ​ເທດ​ນຳ​ເຂົ້າ​ໃຫຍ່​ອັນ​ດັບ 3 ​ໃນ​ລາຍການ​ນີ້.

ຫວຽດນາມ ແລະ ເມັກຊິໂກ ສົ່ງເສີມການຮ່ວມມືທາງດ້ານການຄ້າ, ເສດຖະກິດ ແລະ ການລົງທຶນ

ຫວຽດນາມ ແລະ ເມັກຊິໂກ ສົ່ງເສີມການຮ່ວມມືທາງດ້ານການຄ້າ, ເສດຖະກິດ ແລະ ການລົງທຶນ

ຍສໝ-ວັນ​ທີ 4 ກໍລະກົດ, ຄະນະ​​ວິ​ສາ​ຫະກິດ ຫວຽດນາມ ລວມມີນັກທຸລະກິດ 23 ທ່ານ, ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໂດ໊ທັ໋ງຫາຍ ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ​ເມັກ​ຊິໂກ ຢູ່​ນະຄອນຫຼວງ Mexico City, ​ເພື່ອແນໃສ່​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ຄ້າ, ​ເສດຖະກິດ ​ແລະ ການ​ລົງທຶນ​ກັບບັນດາຄູ່ຮ່ວມມືຢູ່ປະເທດປະຈໍາຖິ່ນ.

ຫວຽດນາມ - ເມັກຊິໂກ ສາມາດຮ່ວມມືໃນຂົງເຂດອຸດສາຫະກຳພື້ນຖານ

ຫວຽດນາມ - ເມັກຊິໂກ ສາມາດຮ່ວມມືໃນຂົງເຂດອຸດສາຫະກຳພື້ນຖານ

ຍສໝ-ໂດຍເມັກຊິໂກເປັນປະເທດໜຶ່ງທີ່ມີພື້ນຖານອຸດສາຫະກໍາພັດທະນາຢູ່ແຖວໜ້າໃນພາກພື້ນອາເມລິກາ. ຫວຽດ​ນາມ ແລະ ເມັກ​ຊິ​ໂກ ອາດ​ພິ​ຈາ​ລະ​ນາ​ຄວາມ​ສາມາດໃນການ​ຮ່ວມ​ມື​ພັດ​ທະ​ນາບັນດາຂະແໜງອຸດ​ສາ​ຫະ​ກໍາທີ່ມີຄຸນລັກສະນະ​ພື້ນ​ຖານ, ເປັນຕົ້ນ​ແມ່ນ​ວັດ​ສະ​ດຸ, ໂລຫະ, ກົນ​ຈັກ, ການ​ປຸງ​ແຕ່ງ, ການ​ຜະ​ລິດ, ເອ​ເລັກ​ໂຕຣ​ນິກ, ສານ​ເຄ​ມີ, ການ​ຢາ ...

ເປີດ​ຕົວ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິ​ດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ອາ​ຍຸ​ການ​ໃໝ່

ເປີດ​ຕົວ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິ​ດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ອາ​ຍຸ​ການ​ໃໝ່

ຍ​ສ​ໝ - ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ ເມັກ​ຊີ​ໂກ - ຫວຽດ​ນາມ ຊຸດ​ທີ 65 ມີ​ໜ້າ​ທີ່​ຊຸກ​ຍູ້​ການ​ພົວ​ພັນ​ຕ່າງ​ປະ​ເທດ​ລັດ​ຖະ​ສະ​ພາ ແລະ ສ້າງພື້ນທີ່ການ​ໂອ້​ລົມ​ສົນ​ທະ​ນາ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນຫຼາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ການສຳມະນາທາງອອນລາຍເພື່ອຮັກສາ  ແລະເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ເມັກຊິໂກ

ການສຳມະນາທາງອອນລາຍເພື່ອຮັກສາ ແລະເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ເມັກຊິໂກ

ຍສໝ - ທ່ານເລຂາທິການໃຫຍ່ Alberto Anaya ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມຈະປະຕິບັດສຳເລັດເປົ້າໝາຍຄວບຄູ່, ຍູ້ໂລກລະບາດ ໂຄວິດ - 19 ໃຫ້ຖອຍໄປ ແລະພັດທະນາເສດຖະກິດ - ສັງຄົມ, ພັກກອມມູນິດຫວຽດນາມຈະຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຢ່າງ ສຳ ເລັດຜົນ.    

ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19

ເມັກຊິໂກ ປາດຖະໜາຢາກໃຫ້ ຫວຽດນາມ ແບ່ງປັນປະສົບການໃນການຮັບມືກັບ Covid-19

ຍສໝ - ຕອນເຊົ້າວັນທີ 17 ກໍລະກົດ, ທ່ານຮອງລັດຖະມົນຕີປະຈໍາກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ມີການໂອ້ລົມທາງອອນລາຍ ກັບ ທ່ານຮອງລັດຖະມົນຕີການຕ່າງປະເທດ ເມັກຊິໂກ Julio Ventura ເພື່ອປຶກສາຫາລືກ່ຽວກັບມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນສະພາບການສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເມັກຊິໂກ (1975 -2020).    

ລັດ Guerrero ຂອງເມັກຊິໂກ ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ສະໜັບສະໜູນ ອະປະກອນການແພດເພື່ອປ້ອງກັນພະຍາດ COVID-19

ລັດ Guerrero ຂອງເມັກຊິໂກ ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ສະໜັບສະໜູນ ອະປະກອນການແພດເພື່ອປ້ອງກັນພະຍາດ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທ່ານ Héctor Astudillo - ວ່າການລັດ Guerrero ຂອງເມັກຊິໂກ, ໄດ້ໃຫ້ການຕ້ອນຮັບ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສະຖານທູດຫວຽດນາມ ປະຈຳແມັກຊີໂກ ທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດ ໃຫ້ແກ່ພໍ່ແມ່ປະຊາຊົນຂອງລັດ Guerrero ເພື່ອປ້ອງກັນພະຍາດ COVID-19.

45 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍຫວຽດນາມ - ເມັກຊິໂກ

45 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍຫວຽດນາມ - ເມັກຊິໂກ

ຍສໝ - ບໍ່ພຽງແຕ່ມີການພັດທະນາຢ່າງແຮງໃນທຸກດ້ານ, ບໍ່ດົນມານີ້, ລັດຖະບານຫວຽດນາມ - ເມັກຊິໂກ ຕັດສິນໃຈຊຸກຍູ້ມາດຕະການຕ່າງໆເພື່ອກ້າວໄປສູ່ການເປັນຄູ່ຮ່ວມມືຮອບດ້ານເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ສັນຕິພາບ.