ໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” ແຜ່ກະຈາຍຄວາມຮັກແພງມາສູ່ນັກຮຽນ

ໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” ແຜ່ກະຈາຍຄວາມຮັກແພງມາສູ່ນັກຮຽນ

ຍສໝ-ຕອນເຊົ້າວັນທີ 28 ກໍລະກົດ, ທີ່ນະຄອນ ໂຮ່ຈີມິນ, ຄະນະອຳນວຍການສະໂມສອນ “ເພື່ອເຈື່ອງຊາ - ຮ່ວາງຊາ ທີ່ຮັກແພງ” ໄດ້ຈັດຕັ້ງການປະຊຸມຂ່າວເພື່ອຕີລາຄາໝາກຜົນທີ່ບັນລຸໄດ້ໃນ 10 ປີແຫ່ງການປະຕິບັດໂຄງການ “ເພື່ອນັກຮຽນ ເຈື່ອງຊາ ທີ່ຮັກແພງ” (14 ສິງຫາ 2012 – 14 ສິງຫາ 2022).

ຄວາມຮັກແພງທີ່ບໍ່ມີເຂດຈໍາກັດ

ຄວາມຮັກແພງທີ່ບໍ່ມີເຂດຈໍາກັດ

ຍສໝ-ຊີວິດການເປັນຢູ່ຂອງປະຊາຊົນຢູ່ເມືອງກ່າລື່ມ ແຂວງເຊກອງ ສປປ ລາວ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ, ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນຢູ່ເມືອງ ກ່າລື່ມ ແຂວງເຊກອງ ໃນຫຼາຍປີຜ່ານມາ, ທະຫານຊາຍແດນແຂວງກວາງນາມ ໄດ້ປະສານງານເພື່ອຈັດຕັ້ງປະຕິບັດກິດຈະກໍາຕ່າງໆເພື່ອຊ່ວຍປະຊາຊົນໃນບັນດາກຸ່ມບ້ານຢູ່ເມືອງກ່າລື່ມ ແຂວງເຊກອງ ສປປ ລາວໃນການຫຼຸດຜ່ອນຄວາມຫຍຸ້ງຍາກ ແລະ ການຂາດແຄນ.

ເຕັ່ມໄປດ້ວຍຄວາມຮັກແພງສົງສານຕໍ່ເກີດເຫດການເຂື່ອນໄຟຟ້າແຕກ

ເຕັ່ມໄປດ້ວຍຄວາມຮັກແພງສົງສານຕໍ່ເກີດເຫດການເຂື່ອນໄຟຟ້າແຕກ

ໃນວັນທີ 23 ເດືອນກໍລະກົດ ປີ 2018, ເກີດເຫດການເຂື່ອນໄຟຟ້າເຊປຽນ - ເຊນ້ານ້ອຍ ທີ່ສັນເຂື່ອນແຕກ (ລາວ). ມີຫຼາຍກ່ວາ 1.300 ຄອບຄົວ ແລະ ປະມານ 6.600 ຄົນບໍ່ມີບ່ອນພັກເຊົາ. ຫຼັງຈາກເຫດການນັ້ນເກີດຂຶ້ນ, ພໍ່ແມ່ປະຊາຊົນຫວຽດນາມຫຼາຍຄົນໄດ້ມີການຊ່ວຍເຫຼືອຢ່າງທັນທີຕໍ່ກັບພໍ່ແມ່ປະຊາຊົນຜູ້ຖືກເຄາະຮ້າຍຂອງປະເທດລາວອ້າຍນ້ອງ. ໂດຍສະເພາະແມ່ນສະມາຄົມມິດຕະພາບຫວຽດນາມ - ລາວ, ນອກຈາກໄດ້ມີການຖາມຂ່າວຢູ່ແລ້ວກໍ່ໄດ້ມີການສະຫນັບສະຫນູນໃຫ້ຜູ້ເຄາະຮ້າຍມີເງິນຫຼາຍກວ່າ 500 ລ້ານດົ່ງ ແລະ ຫຼາຍກວ່າ 200 ລ້ານດົ່ງເພື່ອຊື້ວັດຖຸອຸປະກອນກູ້ໄພ.