ຫວຽດນາມ - ອູຣູກວາຍ ມຸ່ງສູ່ບັນດາບາດກ້າວອັນເປັນຮູບປະທຳໃນການຮ່ວມມື
ຍສໝ - ວັນທີ 17/8, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ເລຮວ່າຍຈູງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານນາງ Valeria Csukasi Cabrera, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອູຣູກວາຍ, ໃນໂອກາດຢ້ຽມຢາມເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 16-18/8. ສອງຝ່າຍໄດ້ແລກປ່ຽນບັນດາທິດທາງເພື່ອຊຸກຍູ້ສາຍພົວພັນສອງຝ່າຍ ແລະ ການຮ່ວມມືລະຫວ່າງພາກພື້ນ.