ຮ່ວມແຮງຮ່ວມໃຈສ້າງອະນາຄົດຮຸ່ງເຮືອງເຫຼືອງເຫຼື້ອມໃຫ້ແກ່ປະເທດຊາດ
ປີ 2026, ຫວຽດນາມ ຈະຈັດພິທີສະເຫຼີມສະຫຼອງ 51 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະລາດ (30/4/1975 - 30/4/2026). ນີ້ແມ່ນຂີດໝາຍສຳຄັນໃນປະຫວັດສາດປົກປັກຮັກສາປະເທດຊາດຂອງຊາດ ຫວຽດນາມ. ການສະເຫຼີມສະຫຼອງ 51 ປີແຫ່ງວັນໄຊຊະນະ 30 ເມສາ ກໍ່ແມ່ນໂອກາດເຊີດຊູບັນດາຄຸນຄ່າຂອງສັນຕິພາບ, ເອກະລາດ. ຍິ່ງກ່ວາໃຜໝົດ, ຄົນ ຫວຽດນາມ ໄດ້ເຂົ້າໃຈຄວາມສຳຄັນຂອງຜືນແຜ່ນດິນອັນຄົບຖ້ວນ, ຄວາມເປັນເອກະລາດຂອງຊາດ.