ສີໂຄດຕະບອງ-ເມືອງ 5 ຂອງນະຄອນໂຮ່ຈີມິງ ສືບຕໍ່ຮ່ວມມືດ້ານວິຊາການ
ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ແລະ ຄະນະຜູ້ແທນເມືອງ 5 ນະຄອນໂຮ່ຈີມິງ ສສ ຫວຽດນາມ ເພື່ອປຶກສາຫາລືການຮ່ວມມືດ້ານວິຊາການ ຈັດຂຶ້ນໃນອາທິດທີ່ຜ່ານມາ, ຢູ່ຫ້ອງວ່າການປົກຄອງ ນວ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 3-6 ເມສາ ນີ້ ເຊິ່ງຝ່າຍລາວນຳໂດຍທ່ານນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງສີໂຄດຕະບອງ ຝ່າຍ ສສ ຫວຽດນາມ ນຳໂດຍທ່ານນາງ ເຈືອງ ມິງ ກ່ຽວ ຮອງປະທານຄະນະກຳມະການປະຊາຊົນເມືອງ 5 ນະຄອນໂຮ່ຈີມິງ.