ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພ ນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ

ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພ ນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ

ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຍັງບໍລິສັດສະຕາ ໂທລະຄົມ ທີ່ເຫັນໄດ້ຄວາມສຳຄັນໃນການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້, ເຊິ່ງເປັນກໍາລັງໃຈໃຫ້ແກ່ປະຊາຊົນ, ທັງເປັນການປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍຄື ຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມ ສາ ມາດຜ່ານພົ້ນຄວາມທຸກຍາກ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ບັນດາທູຕານຸທູດອາຊຽນ ປະຈຳ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສະຫວັນນະເຂດ

ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ

ແຂວງ​ສະ​ຫວັນ​ນະ​ເຂດເປີດ​ເວັບ​ໄຊ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ​ການ​ລົງ​ທຶນ

ແຂວງ​ສະ​ຫວັນ​ນະ​ເຂດເປີດ​ເວັບ​ໄຊ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ​ການ​ລົງ​ທຶນ

ຍ​ສ​ໝ - ເວັບ​ໄຊ​ໄດ້​ພັດ​ທະ​ນາ ແລະ ຄຸ້ມ​ຄອງ​ໂດຍ​ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ ສະ​ຫວັນ​ນະ​ເຂດ​ເພື່ອ​ແນ​ໃສ່​ເປົ້າ​ໝາຍ​ດຶງ​ດູດ​ນັກ​ລົງ​ທຶນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​, ເປັນ​ຕົ້ນ​ແມ່ນ​ໄລ​ຍະຫຼັງ ໂລກ​ລະ​ບາດ Covid – 19, ດ້ວຍ​ຄວາມ​ມຸ່ງ​ຫວັງ​ວ່າ ຈະ​ໜູນ​ຊ່ວຍຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທ້ອງ​ຖິ່ນ, ເຊິ່ງ​ຖືກ​ຜົນ​ກະ​ທົບ​ຫຼາຍ​ພໍ​ສົມ​ຄວນ​ຈາກ​ໂລກ​ລະ​ບາດ Covid – 19 ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ທ່ານ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ມອບ​ເຄື່ອງ​ໝາກ​ໄຂ່​ຫຼັງ​ທຽມ​ຈຳ​ນວນ 2 ເຄື່ອງ​ໃຫ້​ໂຮງ​ໝໍ​ແຂວງ

ທ່ານ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ມອບ​ເຄື່ອງ​ໝາກ​ໄຂ່​ຫຼັງ​ທຽມ​ຈຳ​ນວນ 2 ເຄື່ອງ​ໃຫ້​ໂຮງ​ໝໍ​ແຂວງ

ໂດຍເລັງເຫັນເຖິງຄວາມສຳຄັນ ແລະ ຈຳເປັນໃນການປິ່ນປົວຄົນເຈັບ ໂດຍສະເພາະແລ້ວແມ່ນຄົນເຈັບທີ່ເປັນໝາກໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ ທີ່ນັບມື້ນັບເພີ່ມຂຶ້ນອີກ ທັງເຄື່ອງມືໃນປິ່ນປົວຍັງມີຈຳນວນຈຳກັດ ແລະ ບໍ່ພຽງພໍກັບຄວາມຕ້ອງການ ສະນັ້ນ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ຈຶ່ງໄດ້ນຳເອົາເຄື່ອງໄຂ່ຫຼັງທຽມ (ເຄື່ອງຟອກ ເລືອດ Hemodialysis machine) ຈຳນວນ 2 ເຄື່ອງ, ລວມມູນຄ່າ 370 ລ້ານກີບ ມາມອບໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ. ໂດຍມີ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງ, ທ່ານ ດຣ ບົງສຸວັນ ພັນທະວົງສາຫົວ ໜ້າພະແນກສາທາລະນະສຸກແຂວງ, ຜູ້ອຳນວຍການ ໂຮງໝໍແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານແພດ-ໝໍພາຍໃນໂຮງໝໍແຂວງເຂົ້າຮ່ວມເປັນສັກຂີພະຍານ.