71 ປີ ວັນມູນເຊື້ອ VUFO: ພາກພູມໃຈໃນມູນເຊື້ອ, ຕັດສິນໃຈຈັດຕັ້ງປະຕິບັດ 6 ວຽກງານຈຸດສຸມທ່າມກາງສະພາບການໃໝ່
ຍສໝ - ໃນໂອກາດຄົບຮອບ 71 ປີ ວັນມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ - VUFO (17 ພະຈິກ 1950 – 17 ພະຈິກ 2021), ທ່ານ ນາງ ຫງວຽນເຟືອງງາ ປະທານ VUFO ໄດ້ມີບົດຄຳເຫັນຊົມເຊີຍ ແລະ ປຸກລະດົມພະນັກງານ, ລັດຖະກອນ, ລັດຖະການ, ຜູ້ອອກແຮງງານ, ສະມາຊິກສະມາຄົມໃນທົ່ວລະບົບພາກັນມຸ້ງໝັ້ນແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນ 72 ປີ ວັນລະນຶກມູນເຊື້ອ. ວາລະສານຍຸກສະໄໝ ຂໍຖືເປັນກຽດໄດ້ສະເໜີບົດຄຳເຫັນນີ້ຕໍ່ບັນດາທ່ານ.