ເພ່ີມທະວີຄວາມເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ
ປ່າໄມ້ ແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າທີ່ມີລະບົບນິເວດສະເພາະ, ຕິດພັນກັບການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າເຊິ່ງຍາມໃດພັກ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນກໍ່ໄດ້ເອົາໃຈໃສ່ປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ຕາມ ທິດຍືນຍົງດ້ວຍການອອກກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຫລາຍສະບັບພ້ອມທັງດຳເນີນການຈັດສັນກຳນົດຂອບເຂດ, ປັກຫລັກໝາຍ ແລະ ຕິດປ້າຍເຂດຟື້ນຟູປ່າ.