ລວມຍອດຜະລິດຕະພັນພາຍໃນປີ 2018 ແຫ່ງ ສປປ ລາວ ເພີ່ມຂຶ້ນ 6,5%
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຜນການ-ການເງິນ ປະຈຳປີ 2018 ແລະ ທິດທາງແຜນການປີ 2019 ຈັດຂຶ້ນວັນທີ 8 ມັງກອນ 2019 ຢູ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງ, ອົງການ ແລະ ຂະແໜງການເງິນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.