ຫຼາຍກວ່າ 12.300 ຕື້ດົ່ງຂອງພັນທະບັດອະສັງຫາລິມະຊັບໄດ້ຮອດກຳນົດຊຳລະໃນເດືອນສຸດທ້າຍຂອງປີ

ຫຼາຍກວ່າ 12.300 ຕື້ດົ່ງຂອງພັນທະບັດອະສັງຫາລິມະຊັບໄດ້ຮອດກຳນົດຊຳລະໃນເດືອນສຸດທ້າຍຂອງປີ

ຍສໝ - ​ໃນ​ທ້າຍ​ປີ 2023, ຍອດມູນ​ຄ່າ​ພັນທະບັດທີ່ຈະ​ຮອດກຳນົດຊຳລະແມ່ນ 26.761 ຕື້​ດົ່ງ. 46% ມູນຄ່າພັນທະບັດທີ່ໃກ້ຈະເຖິງກຳນົດຊຳລະແມ່ນຂຶ້ນກັບກຸ່ມອະສັງຫາລິມະຊັບດ້ວຍກວ່າ 12.372 ຕື້ດົ່ງ, ຖັດມາເເມ່ນກຸ່ມທະນາຄານດ້ວຍ 4.030 ຕື້ດົ່ງ.

ລາວ ຈຳໜ່າຍພັນທະບັດເອເລັກໂຕຣນິກ ງວດທີ 2 ມູນຄ່າ 1,000 ຕື້ກີບ

ລາວ ຈຳໜ່າຍພັນທະບັດເອເລັກໂຕຣນິກ ງວດທີ 2 ມູນຄ່າ 1,000 ຕື້ກີບ

ຍສໝ - ທະນາຄານແຫ່ງ ສປປ ລາວ ປະກາດສືບຕໍ່ຈຳໜ່າຍພັນທະບັດ​ເອ​ເລັກ​ໂຕຣນິກມີມູນຄ່າ 1.000 ຕື້ກີບ, ອາຍຸພັນທະບັດ 6 ເດືອນ ອັດຕາດອກເບ້ຍ 15%/ປີ. ນີ້​ແມ່ນ​ພັນທະບັດ​ເອ​ເລັກ​ໂຕຣນິກງວດ​ທີ 2 ທີ່ຈຳໜ່າຍໂດຍປະເທດ​ລາວ​.

ທຫລ ອອກຈຳໜ່າຍພັນທະບັດອອມຊັບເປັນເງິນໂດລາ

ທຫລ ອອກຈຳໜ່າຍພັນທະບັດອອມຊັບເປັນເງິນໂດລາ

ທະ­ນາ­ຄານ​ແຫ່ງ ສປປ ລາວ (ທຫລ) ອອກ​ຈຳ­ໜ່າຍ​ພັນ­ທະ­ບັດ​ອອມ​ຊັບ ທຫລ ເປັນ​ສະ­ກຸນ​ເງິນ​ໂດ​ລາ​ສະ­ຫະ­ລັດ ງວດ​ທີ I ມູນ​ຄ່າ 500 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 4.400 ຕື້​ກີບ ເຊິ່ງ​ຈຳ­ໜ່າຍ​ນັບ​ແຕ່​ວັນ​ທີ 1-31 ຕຸ­ລາ 2019.

ລັດຖະບານ ລາວ ຈຳໜ່າຍພັນທະບັດ ດຸ່ນດ່ຽງງົບປະມານ 1,7 ພັນຕື້ກີບ

ລັດຖະບານ ລາວ ຈຳໜ່າຍພັນທະບັດ ດຸ່ນດ່ຽງງົບປະມານ 1,7 ພັນຕື້ກີບ

ລັດຖະບານ ແຫ່ງ ສປປ ລາວ ກໍຄືກະຊວງການເງິນ ໄດ້ຕົກລົງອອກຈໍາໜ່າຍ ພັນ​ທະ​ບັດປະເພດດຸ່ນດ່ຽງງົບ ປະມານຈໍານວນ 1,7 ພັນຕື້ກີບ (1.700.000.000.000) ໂດຍຜ່ານ 3 ບໍລິສັດ ຫລັກຊັບ ຄື: ບໍລິສັດ ຫລັກຊັບລ້ານຊ້າງ ມະຫາຊົນ, ບໍລິສັດ ຫລັກຊັບ ທຄຕລ-ກທ ຈຳກັດ ແລະ ບໍລິສັດ ຫລັກຊັບ ລາວ-ຈີນ ຈຳກັດ. ໃນວັນທີ 22 ສິງຫາ 2019 ທີ່ກະຊວງການເງິນ, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ(ກງຕສ) ກະຊວງການເງິນ ໄດ້ຮ່ວມລົງນາມໃນສັນຍາ ກັບທ່ານ ອານຸກອນ ສຸທຳມະວົງ ຮັກສາການຜູ້ອຳນວຍການບໍລິສັດ ຫລັກຊັບ ລ້ານຊ້າງມະຫາຊົນ ເພື່ອຈັດຕັ້ງປະຕິບັດ ວຽກງານ ດັ່ງກ່າວໃຫ້ມີປະສິດທິຜົນ.