ສປປ.ລາວ: ມູນຄ່າການ ນໍາເຂົ້າ-ສົ່ງອອກສິນຄ້າ ແມ່ນສາມາດປະຕິບັດໄດ້ 75.267 ຕື້ກີບ ເທົ່າກັບ 67,79% ຂອງແຜນດັດແກ້
ໃນນີ້ຂະແໜງກະສິກໍາຂະຫຍາຍຕົວຕາມແຜນດັດແກ້ 2,3% ກວມເອົາ 16,6% ຂອງ GDP; ຂະແໜງອຸດສາຫະກຳ ຂະຫຍາຍຕົວ 9,8% ກວມເອົາ 33% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 6,8%); ແລະ ຂະແໜງ ບໍລິການແມ່ນຕິດລົບ 1,6% ກວມເອົາ 39,5% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 1,7%).