ຕາມການສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ໄລ່ລວມ 11 ເດືອນຂອງປີ 2022, ວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ບັນລຸເກືອບ 674 ຕື້ USD, ໃນນັ້ນ, ດ້ານການຄ້າບັນລຸມູນຄ່າສົ່ງອອກເກີນດຸນແມ່ນ 10,7 ຕື້ USD.
ຕາມຂໍ້ມູນສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີແລ້ວ, ຍອດມູນຄ່າການສົ່ງອອກ-ນໍາເຂົ້າສິນຄ້າຂອງຫວຽດນາມ ໃນໄລຍະ 1 ຂອງເດືອນພຶດສະພາປີ 2022 (ໃນລະຫວ່າງວັນທີ 1-15 ພຶດສະພາ) ບັນລຸ 28,34 ຕື້ໂດລາສະຫະລັດ, ຫຼຸດລົງ 15,6% (ເທົ່າກັບ 5,3 ຕື້ໂດລາສະຫະລັດ) ເມື່ອທຽບກັບຜົນໄດ້ປະຕິບັດໃນເຄິ່ງທ້າຍເດືອນເມສາປີ 2022.
ຍສໝ - ເມື່ອຕອບສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ທີ່ງານວາງສະແດງອາຫານ, ເຄື່ອງດື່ມ ແລະ ວັດສະດຸການຜະລິດສາກົນ ຄັ້ງທີ 29 (Prodexpo-2022) ໄດ້ໄຂຂຶ້ນຢູ່ນະຄອນຫຼວງມົດສະກູ, ທ່ານ ເຢືອງຮວ່າງມີງ, ທີ່ປຶກສາການຄ້າຫວຽດນາມ ປະຈໍາລັດເຊຍ ໃຫ້ຮູ້ວ່າ ຕາມການສະຖິຕິຂອງດ່ານພາສີລັດເຊຍແລ້ວ, ຍອດວົງເງິນການນຳເຂົ້າ-ສົ່ງອອກທັງໝົດໃນໄລຍະແຕ່ເດືອນມັງກອນ ຫາ ເດືອນພະຈິກ 2021 ລະຫວ່າງຫວຽດນາມ ແລະ ລັດເຊຍ ບັນລຸ 6,3 ຕື້ USD, ເພີ່ມຂຶ້ນ 21,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ລັດຖະບານຫາກໍ່ປະກາດໃຊ້ມະຕິເລກທີ 90/2021/NĐ-CP ກ່ຽວກັບຕາຕະລາງອັດຕາພາສີນໍາເຂົ້າບູລິມະສິດພິເສດຂອງຫວຽດນາມ ເພື່ອປະຕິບັດສັນຍາການຄ້າລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະລັດຖະບານແຫ່ງ ສປປ ລາວ ນັບແຕ່ວັນທີ 4 ຕຸລາ 2020 ຮອດວັນທີ 4 ຕຸລາ 2023.
ໃນນັ້ນການສົ່ງອອກສິນຄ້າລວມມີ 28,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ກັບໄລຍະດຽວກັນເມື່ອປີກາຍນີ້, ການນຳເຂົ້າ 24,7 ຕື້ໂດລາສະຫະລັດ, ເຮັດໃຫ້ຫວຽດນາມ ໄດ້ປຽບດຸນການຄ້າໃນດ້ານນີ້ປະມານ 3,9 ຕື້ໂດລາສະຫະລັດ.
ຕາມບົດລາຍງານຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລ້ວ, ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸໄດ້ປະມານ 904 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 425 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 479 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 54 ລ້ານໂດລາສະຫາລັດ. ໃນນັ້ນ, ປະເທດທີ່ ສປປ ລາວ ສົ່ງອອກຫລັກ ແມ່ນ ສປ ຈີນ, ມູນຄ່າປະມານ 168 ລ້ານໂດລາ, ຫວຽດນາມ 106 ລ້ານໂດລາ, ໄທ 60 ລ້ານໂດລາ, ສະວິດເຊີແລນ 17 ລ້ານໂດລາ ແລະ ເຢຍລະມັນ 7 ລ້ານໂດລາ. ສ່ວນປະເທດທີ່ ສປປ ລາວ ນໍາເຂົ້າຫລັກ ມີ ປະເທດໄທ ມູນຄ່າປະມານ 227 ລ້ານໂດລາ, ສປ ຈີນ 117 ລ້ານໂດລາ, ຫວຽດນາມ 39 ລ້ານໂດລາ, ຢີ່ປຸ່ນ 16 ລ້ານໂດລາ ແລະ ສ ອາເມລິກາ 31 ລ້ານໂດລາ.
ຍສໝ - ວົງເງິນນຳເຂົ້າຂອງຫວຽດນາມ ຈາກລາວ ບັນລຸ 197 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 41,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ກວມເອົາ 1,7% ໃນຍອດວົງເງິນນຳເຂົ້າຈາກອາຊຽນ.
ຍສໝ - ມີ 9 ປະເພດສິນຄ້າບັນລຸວົງເງິນສົ່ງອອກກວ່າ 1 ຕື້ໂດລາສະຫະລັດ, ກວມເອົາ 73,8% ຍອດວົງເງິນສົ່ງອອກ, ລວມມີ: ໂທລະສັບ, ເຄື່ອງອາໄຫຼ່; ເຄື່ອງເອເລັກໂຕນິກ...
ຍສໝ - ບາງປະເພດສິນຄ້າສົ່ງອອກທີ່ເພີ່ມຂຶ້ນແຮງເປັນຕົ້ນຄື: ເຄື່ອງຈັກ, ເຄື່ອງອາໄຫຼ່; ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະເຄື່ອງອາໄຫຼ່.
ຍສໝ - ເຖິງວ່າພະຍາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງໃນຕະຫຼອດປີ 2020 ກໍ່ຕາມ, ແຕ່ການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງອິດສະລະແອນ ຄາດວ່າ ຫຼຸດລົງພຽງແຕ່ໜ້ອຍດຽວ ເມື່ອທຽບໃສ່ລະດັບ 774 ລ້ານໂດລາສະຫະລັດ ຂອງປີ 2019.
ຕາມບົດລາຍງານຂອງກົມໃຫຍ່ສະຖິຕິ ສສ.ຫວຽດນາມ, ຍອດວົງເງິນສົ່ງອອກ, ນໍາເຂົ້າສິນຄ້າ 11 ເດືອນຄາດວ່າບັນລຸ 489,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ໄລຍະດຽວກັນປີ 2019.
ຍຸດທະສາດຂອງຫວຽດນາມ ກ່ຽວກັບການລົງທຶນຕ່າງປະເທດໃນໄລຍະຈະມາເຖິງແມ່ນໃຫ້ບູລິມະສິດທີ່ມີຄວາມດູດດື່ມ, ມີການເລືອກເຟັ້ນກະແສເງິນລົງທຶນທີ່ມີຄຸນນະພາບ, ມີປະສິດທິຜົນ, ເໝາະສົມກັບຄວາມຕ້ອງການຮ່ວມມືລົງທຶນຂອງຫວຽດນາມ.
ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 377 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 384 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 7 ລ້ານໂດລາສະຫາລັດ.
ຍສໝ - ອົງການຕາງໜ້າທາງດ້ານການຄ້າ ຫວຽດນາມ ປະຈຳ ລາວ ໄດ້ສ້າງບັນຊີລາຍຊື່ປະຈຳໄລຍະໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ຢາກນຳສິນຄ້າໄປຍັງ ລາວ ສົ່ງເຖິງອົງການຮັບຜິດຊອບຂອງລາວ ເພື່ອແຈ້ງໃຫ້ວິສາຫະກິດຕ່າງໆຢູ່ ລາວ ທີ່ໃຫ້ມີຄວາມຕ້ອງການ
ຍສໝ - ໄລ່ຮອດທ້າຍເດືອນກໍລະກົດ, ຍອດມູນຄ່າການສົ່ງອອກຂອງຫວຽດນາມບັນລຸໄດ້ 147,61 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 1,5%, ເທົ່າກັບ 2,11 ຕື້ໂດລາທຽບໃສ່ໄລຍະດຽວກັນຂອງປີ 2019.
ອີງຕາມຂໍ້ມູນຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ, ທຽບໃສ່ເດືອນມັງກອນ ຫລຸດລົງກວ່າ 20 ລ້ານໂດລາສະຫະລັດ.
ຍສໝ-ອີງຕາມຂໍ້ມູນຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າທັງໝົດໃນເດືອນມັງກອນ 2019 ບັນລຸ 40,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 1,8% ທຽບໃສ່ເດືອນທັນວາ 2018 ແລະ ເພີ່ມຂຶ້ນ 0,89% ທຽບໃສ່ໄລຍະດຽວກັນໃນປີ 2018.
ຍສໝ-ກະຊວງການເງິນໄດ້ມີການສະເໜີໃນການຫຼຸດຜ່ອນອັດຕາພາສີນໍາເຂົ້າປົກກະຕິສໍາລັບແຮ່ທາດ, ຫີນອ່ອນ ແລະ ວັດຖຸດິບແຮ່ທາດ. ອັດຕາພາສີນໍາເຂົ້າປະຈຸບັນສໍາລັບຜະລິດຕະພັນຈໍານວນໜຶ່ງໃນກຸ່ມນີ້ແມ່ນ 5%, ເຊິ່ງຄາດວ່າຈະຫຼຸດລົງມາເປັນ 0%.