ສືບ­ຕໍ່​ຍົກ​ສູງ​ຄວາມ​ສາ­ມາດ​ນຳ­ພາ ແລະ ລັກ­ສະ­ນະ​ນຳ​ໜ້າ​ຂອງ​ພັກ

ສືບ­ຕໍ່​ຍົກ​ສູງ​ຄວາມ​ສາ­ມາດ​ນຳ­ພາ ແລະ ລັກ­ສະ­ນະ​ນຳ​ໜ້າ​ຂອງ​ພັກ

ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງພັກ ໄດ້​ກໍານົດ​ແຈ້ງ​ບາດ­ກ້າວ​ເດີນ ທີ່​ເປັນ​ບາດ​ລ້ຽວ​ສໍາ​ຄັນ ເພື່ອ​ນໍາ​ພາ ປະ­ເທດ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ ດ້ອຍ​ພັດ­ທະ­ນາກ້າວ​ຂຶ້ນ​ສູ່​ຈຸດ­ໝາຍ ທີ່​ກຳ­ນົດ​ໄວ້ ເຊິ່ງ​ເນື້ອ​ໃນ ທີ 1 ລະ­ບຸ ໄວ້​ວ່າ: “ການ​ຍົກ​ສູງ​ຄວາມ​ສາມາດ​ນໍາ​ພາ ແລະ ລັກ​ສະ​ນະ​ນໍາ​ໜ້າ ຂອງ​ພັກ ແມ່ນ​ບັນ­ຫາ​ພື້ນ­ຖານ​ສຳ ຄັນ​ທີ່​ສຸດ​ໃນ​ການ​ນໍາ​ພາ​ຂອງ​ພັກເຮົາ, ແມ່ນ​ປັດ​ໄຈ​ຕັດ­ສິນ ການ​ກ້າວ ຂຶ້ນ​ຂອງ​ພາ­ລະ­ກິດ​ປະ­ຕິ­ວັດ​ຢູ່​ປະ ເທດ​ເຮົາ; ແມ່ນ​ບັນ­ຫາ​ຮີບ​ດ່ວນ ຂອງ​ການ ກໍ່­ສ້າງ​ພັກ​ໃນ​ປັດ­ຈຸ­ບັນ”.