ວັນບຸນ “ສີສັນລະດູບານໃໝ່ໃນທົ່ວປະເທດ”

ວັນບຸນ “ສີສັນລະດູບານໃໝ່ໃນທົ່ວປະເທດ”

ວັນບຸນ “ສີສັນລະດູບານໃໝ່ໃນທົ່ວປະເທດ” ປີ 2022 ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຈັດຕັ້ງ, ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີຊົນຊາດຢູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ).

ນາຍົກລັດຖະມົນຕີຝ້າມມິງຈີ້ງ ປຸກລະດົມ ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19”

ນາຍົກລັດຖະມົນຕີຝ້າມມິງຈີ້ງ ປຸກລະດົມ ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19”

ຕອນເຊົ້າວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີຝ້າມມິງຈີ້ງ ປະທານສະພາແຂ່ງຂັນ ມອບລາງວັນສູນກາງ ໄດ້ປຸກລະດົມ ຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ ຮ່ວມແຮງ ຮ່ວມໃຈແຂ່ງຂັນປ້ອງກັນ, ສະກັດກັ້ນ ແລະ ເອົາຊະນະຕໍ່ໂຄວິດ-19”.

ທົ່ວປະເທດ ໄຂສົກຮຽນໃໝ່ 2019-2020 ຢ່າງຟົດຟື້ນ

ທົ່ວປະເທດ ໄຂສົກຮຽນໃໝ່ 2019-2020 ຢ່າງຟົດຟື້ນ

ນັບແຕ່ທ້າຍເດືອນ ສິງຫາ ຫາ ຕົ້ນເດືອນກັນ 2019, ໂຮງຮຽນສາມັນແຫ່ງຕ່າງໆ ໃນທົ່ວປະເທດ ໄດ້ທະຍອຍໄຂສົກຮຽນໃໝ່ ປະ​ຈຳ​ສົກ​ປີ 2019-2020 ຢ່າງເປັນຂະບວນຟົດຟື້ນ. ສະເພາະ ນະ​ຄອນ​ຫລວງວຽງ​ຈັ​ນ ໄດ້ຈັດຂຶ້ນທີ່ໂຮງ​ຮຽນ ມ​ສ ນາ​ຊາຍ​ທອງ​ ໃນ​ວັນ​ທີ 30 ສິງ​ຫາ 2019, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​​ທ່ານ ພຸດ ສິມ​ມາ​ລາ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ທ່ານ ສີ​ຫູນ ສິດ​ທິ​ລື​ໄຊ ຮອງ​ເຈົ້າ​ຄອງ​ນະ​ຄອນ​ຫລວງວຽງ​ຈັນ, ມີ​ທ່ານເຈົ້າ​ເມືອງ​ໆນາ​ຊາຍ​ທອງ, ຫົວ​ໜ້າ​ຫ້ອງ​ການ​ສຶກ​ສາ​ທິ​ການ ແລະ ກິ​ລາ ຈາກ 9 ຕົວ​ເມືອງ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ພະ​ນັກ​ງານ ​ຄູ-ອາ​ຈານ ແລະ ນັກ​ຮຽນ​ເຂົ້າ​ຮ່ວມຢ່າງຫລວງຫລາຍ.

ປັບຂຶ້ນລາຄານ້ຳມັນຂາຍຍ່ອຍທົ່ວປະເທດ

ປັບຂຶ້ນລາຄານ້ຳມັນຂາຍຍ່ອຍທົ່ວປະເທດ

ອີງ​ຕາມ​ແຈ້ງ​ການ ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ສະ­ບັບ​ເລກ​ທີ 0170/ອຄ ກຄພນ ລົງ​ວັນ​ທີ 25 ກຸມ­ພາ 2019 ເລື່ອງ​ການ​ແຈ້ງ​ປັບ​ລາ­ຄາ​ນ້ຳ­ມັນ​ຂາຍ­ຍ່ອຍ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ນ້ຳ­ມັນ​ແອັດ​ຊັງ​ພິ­ເສດ ແລະ ນ້ຳ­ມັນ​ກາ​ຊວນ​ປັບ​ຂຶ້ນ 240 ກີບ​ຕໍ່​ລິດ ສ່ວນ​ນ້ຳ­ມັນ​ແອັດ​ຊັງ​ທຳ​ມະ​ດາ​ປັບ​ຂຶ້ນ 220 ກີບ​ຕໍ່​ລິດ ໂດຍ​ເລີ່ມ​ປະ­ຕິ­ບັດ​ເວ­ລາ 6:00 ໂມງ​ວັນ​ທີ 26 ກຸມ­ພາ 2019 ເປັນ­ຕົ້ນ​ໄປ.

ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2018

ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2018

ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານໄດ້ຈັດກອງປະ ຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2018 ຂຶ້ນໃນວັນທີ 28 ມັງກອນນີ້ ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ.