ຕະຫລາດນັດ 0 ດົ່ງ ຢູ່ ແຂວງ ຕຽນຢາງ

ຕະຫລາດນັດ 0 ດົ່ງ ຢູ່ ແຂວງ ຕຽນຢາງ

ໃນສະພາບໂລກລະບາດໂຄວິດ 19 ລະບາດຮອບໃຫມ່, ມີປະຊາຊົນຫລາຍຄົນຢູ່ແຂວງ ຕຽນຢາງ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນວ່າງງານ. ເຂົາເຈົ້າໄດ້ຮັບການຊ່ວຍເຫລືອທາງໄກຈາກບັນດາອົງການ, ສ່ວນບຸກຄົນ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ. ຕະຫລາດນັດ 0 ດົ່ງ (ບໍ່ເກັບຄ່າ) ຢູ່ ຕາແສງ ລອງດິ້ງ ເມືອງເຈົາແທ່ງ ແຂວງ ຕຽນຢາງ ແມ່ນແບບຢ່າງກ່ຽວກັບການຊ່ວຍເຫລືອທີ່ມີຄວາມໝາຍນັ້ນ.

ຄຳມ່ວນ - ຕຽນຢາງ ສືບຕໍ່ຮັດແໜ້ນສາຍພົວພັນ.

ຄຳມ່ວນ - ຕຽນຢາງ ສືບຕໍ່ຮັດແໜ້ນສາຍພົວພັນ.

ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນຂັ້ນສູງແຂວງຄໍາມ່ວນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງແຂວງຕຽນຢາງ ສສ ຫວຽດນາມ ແມ່ນໄດ້ຈັດຂຶ້ນໃນວັນທີ 24 ເມສາ 2019 ຢູ່ທີ່ເຮືອນຮັບແຂກເລກ 01 ຂອງແຂວງເຊິ່ງແຂວງຄໍາມ່ວນນໍາໂດຍສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆ ຄຳມ່ວນ, ຝ່າຍແຂວງຕຽນຢາງນໍາໂດຍສະຫາຍ ເລ ວັນເຮື່ອງ ປະທານຄະນະກໍາມະການປະຊາຊົນແຂວງ, ມີບັນດາພະແນກ ການ, ສະມາຊິກສະພາປະຊາຊົນແຂວງ, ຕາງໜ້າພາກສ່ວນທຸລະກິດ ຕະຫລອດພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.