ຮອງນາຍົກ ເນັ້ນຕິດຕາມການປະຕິບັດລາຍຮັບ-ຊຸກຍູ້ຫົວໜ່ວຍທຸລະກິດ
ກອງປະຊຸມການຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຂອງຂະແໜງສ່ວຍສາອາກອນ ແລະ ບາງວຽກຈຸດສຸມໃນ 5 ເດືອນທ້າຍປີ 2019 ຈັດຂຶ້ນວັນທີ 14 ສິງຫາ 2019 ທີ່ກົມສ່ວຍສາອາກອນ ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ທ່ານຫົວໜ້າສ່ວຍສາອາກອນນະຄອນຫຼວງ ບັນດາຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນ ປະຈຳ 9 ຕົວເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງສ່ວຍສາອາກອນເຂົ້າຮ່ວມ.