ການນຳບັນດາປະເທດສົ່ງຈົດໝາຍ ແລະ ໂທລະເລກອວຍພອນວັນຊາດ ຫວຽດນາມ ຄົບຮອບ 78 ປີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ (02 ກັນຍາ1945 – 02 ກັນຍາ 2023), ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ການນຳຂອງຫຼາຍປະເທດໄດ້ສົ່ງສານອວຍພອນເຖິງ ການນຳພັກ ແລະ ລັດ ຫວຽດນາມ.