ລາວ ກຳລັງປະສົບກັບ ການລະບາດຂອງໄຂ້ຍຸງລາຍ ແລະ ໄຂ້ເລືອດອອກ
ທົ່ວປະເທດມີຜູ້ເປັນໄຂ້ຍຸງລາຍ 10.778 ກໍລະນີ ເສຍຊີວິດ 25 ກໍລະນີ ໃນນີ້ ສະເພາະຢູ່ນະຄອນຫຼວງວຽງຈັນ 6 ເດືອນຕົ້ນປີ ມີຕົວເລກສະສົມທັງໝົດ 1.978 ກໍລະນີ ເສຍຊີວິດ 6 ກໍລະນີ. ອີງຕາມການລາຍງານຂອງກະຊວງສາທາລະນະສຸກ ໄດ້ລາຍງານຕົວເລກກໍລະນີ ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ໃນທົ່ວປະເທດ ໃນວັນທີ 4 ກໍລະກົດ 2019 ມີຈຳນວນເພີ່ມຂຶ້ນເປັນ 10.990 ກໍລະນີ ແລະ ເສຍຊີວິດ 25 ກໍລະນີແລ້ວ, ສະເພາະຕົວເລກຜູ້ທີ່ມີເຊື້ອໄຂ້ຍຸງລາຍ ຢູ່ ນະຄອນຫລວງວຽງຈັນ ມີ 1.978 ຄົນ ແລະ ເສຍຊີວິດ 6 ຄົນ. ສຳລັບຄົນເຈັບທີ່ໄດ້ເຂົ້າມາປິ່ນປົວຢູ່ທີ່ໂຮງໝໍເສດຖາທິລາດ ມີ 298 ຄົນ ແລະ ຍັງບໍ່ທັນມີຕົວເລກທີ່ເສຍຊີວິດ ຖ້າທຽບໃສ່ໄລຍະດຽວກັນໃນປີຜ່ານມາແມ່ນເພີ່ມຂຶ້ນ 123 ຄົນ.