ທົ່ວໂລກຈະມີປະຊາກອນ ປະເຊີນກັບການຟັງ ເກືອບ 2.500 ລ້ານຄົນ
ອົງການອະນາໄມໂລກ ປະກາດບົດລາຍງານດັ່ງກ່າວ ເນື່ອງໃນໂອກາດວັນທີ 3 ເດືອນມິນາ ເປັນວັນການຟັງໂລກ, ບົດລາຍງານນີ້ ຍັງເນັ້ນວ່າ ຕ້ອງເລ່ັງເສີມພະລັງ, ເພີ່ມການລົງທຶນ ແລະ ເພີ່ມໂອກາດການໄດ້ຮັບການບໍລິການເພື່ອບຳລຸງດ້ານໂສຕະວິທະຍາ ແລະ ການຟັງຫລາຍຂຶ້ນ ເພື່ອປ້ອງກັນ ແລະ ກຳຈັດຄວາມເສຍຫາຍຈາກການຟັງ.