ຍສໝ - ໃນລະຫວ່າງວັນທີ 23-29 ພຶດສະພາ, ອົງການ Children of Peace International (COPI/ອາເມລິກາ) ໄດ້ສົມທົບກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ກວາງນາມ ເພື່ອຈັດຕັ້ງການກວດແຂ້ວ, ແນະນຳອະນາໄມປາກ ແລະ ມອບຂອງຂວັນໂດຍບໍ່ເສຍຄ່າໃຫ້ແກ່ນັກຮຽນ ແລະ ປະຊາຊົນເກືອບ 1.000 ຄົນຢູ່ເທດສະບານ ດ້ຽນບານ, ແຂວງກວາງນາມ.
ວັນທີ 4 ພຶດສະພາ., ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ເປັນຫົວໜ້າຄະນະໄດ້ລົງກວດກາວຽກງານເລືອກຕັ້ງຢູ່ຕາແສງເຮືອງເຊີນ ນະຄອນເຫ້ວ ແຂວງເທື່ອທຽນເຫ້ວ.
ໃນກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 25 ມີນາ 2021 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພາຍ ຫລັງສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ໄດ້ປະກອບຄຳຄິດຄຳເຫັນ ຢ່າງຄົບຖ້ວນສົມບູນ ໃສ່ບົດລາຍງານ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການ ເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ແລ້ວສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເປັນເອກະສັນກັນ ລົງຄະແນນສຽງຮັບຮອງເອົາ ສອງບົດລາຍງານ ດັ່ງກ່າວ, ດ້ວຍຄະແນນສຽງເຫັນດີເປັນສ່ວນຫລາຍ.
ວັນທີ 25 ກຸມພາ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2019 ແລະ ທິດທາງແຜນການປີ 2020 ແລະ ເຜີຍແຜ່ເຊື່ອມຊຶມເນື້ອໃນບົດສະຫລຸບ ການເຄື່ອນໄຫວວຽກງານກວດກາທົ່ວປະເທດ ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020 ກໍຄື ບົດໂອ້ລົມຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ໂດຍມີ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນ ຄຕພ ເຂົ້າຮ່ວມ.
ຄະນະກວດກາສູນກາງພັກ-ອົງການກວດກາລັດຖະ ບານ, ໄດ້ຈັດກອງປະຊຸມວຽກງານກວດກາທົ່ວປະເທດປະຈໍາປີ 2019 ຂຶ້ນ ໃນວັນທີ 8 ມັງ ກອນນີ້ ທີ່ຫ້ອງປະຊຸມຂອງອົງ ການດັ່ງກ່າວ ພາຍໃຕ້ການເປັນ ປະທານຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ ຄະນະເລ ຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມທົບທວນ ແລະ ປຶກສາຫາລືກ່ຽວກັບການປະສານງານລະຫວ່າງອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດ ປະຈຳປີ 2018 ໄດ້ຈັດຂຶ້ນໃນຕອນແລງວັນທີ 26 ມີນານີ້ ທີ່ ອົງການກວດກາລັດຖະບານ.
ຄະນະກວດກາພັກ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາພັກ-ລັດ ປະຈໍາປີ 2018 ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 37 ປີ ໃນວັນທີ 18 ມີນານີ້ ທີ່ສະພາແຫ່ງຊາດໂດຍມີ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ທ່ານ ສົມພູ ດວງສະຫວັນ ປະທານກວດກາພັກ ສະພາແຫ່ງຊາດ, ປະທານກໍາມາທິການວັດທະນະທໍາ-ສັງຄົມ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນຕອນບ່າຍວັນທີ 30 ມັງກອນ, ຢູ່ຫ້ອງປະຊຸມຄະນະກວດກາງສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ປິດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2018 ພາຍຫຼັງດຳເນີນມາເປັນເວລາ 3 ວັນ (28-30 ມັງກອນ 2019).
ຍສໝ - ຫວ່າງແລ້ວນີ້, ຄະນະກໍາມະການກວດກາຄະນະພັກແຂວງດ້ຽນບຽນ ໄດ້ຈັດຕັ້ງການພົບປະເຈລະຈາລະຫວ່າງຄະນະຜູ້ແທນຄະນະກໍາມະການກວດກາຄະນະພັກແຂວງ - ອົງການກວດກາແຂວງດ້ຽນບຽນ ແລະ ຄະນະຜູ້ແທນຄະນະກໍາມະການກວດກາແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ ສປປ ລາວ.
ຍສໝ - ຫວ່າງແລ້ວນີ້, ຄະນະກໍາມະການກວດກາຄະນະພັກແຂວງດ້ຽນບຽນ ໄດ້ຈັດຕັ້ງການພົບປະເຈລະຈາລະຫວ່າງຄະນະຜູ້ແທນຄະນະກໍາມະການກວດກາຄະນະພັກແຂວງ - ອົງການກວດກາແຂວງດ້ຽນບຽນ ແລະ ຄະນະຜູ້ແທນຄະນະກໍາມະການກວດກາແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ ສປປ ລາວ.
ວກ.ອອນໄລ - ການປ່ຽນແປງສະພາບອາກາດ ໄດ້ແລະພວມເປັນບັນຫາຮີບດ່ວນລະດັບໂລກ, ກະທົບຢ່າງແຂງແຮງເຖິງບັນດາປະຊາຊາດ, ໂດຍສະເພາະແມ່ນບັນດາປະເທດກຳລັງພັດທະນາ, ໃນນັ້ນມີຫວຽດນາມ. ການປ່ຽນແປງສະພາບອາກາດໃນປະຈຸບັນບໍ່ພຽງແຕ່ເປັນບັນຫາສິ່ງແວດລ້ອມ ແຕ່ເນື້ອໃນຂອງມັນໄດ້ກາຍເປັນປັດໄຈທີ່ເປັນຜົນສະທ້ອນເຖິງການເມືອງ, ການທູດ, ເສດຖະກິດ, ສັງຄົມ... ເພາະສະນັ້ນ, ໃນວາລະການປະຊຸມຂອງປະຊາຊາດຕ່າງໆ, ນະໂຍບາຍກ່ຽວກັບການປ່ຽນແປງສະພາບອາກາດ ນັບມື້ນັບມີທີ່ຕັ້ງສຳຄັນ ແລະ ໄດ້ຮັບບຸລິມະສິດໃນການຜັນຂະຫຍາຍ.