| 81 ປີແຫ່ງວັນຊາດ 2/9: ຖະແຫຼງການເອກະລາດ - ຄົບໄຟສ່ອງທາງໃຫ້ແກ່ຊາດຫວຽດນາມ ການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ຕ້ອງກາຍເປັນຊ່ອງທາງໜຶ່ງໃນການພັດທະນາຊັບພະຍາກອນມະນຸດ |
ໃນການພົບປະ, ທ່ານ ພົນເອກ ຟານ ວັນ ຢາງ ໄດ້ເນັ້ນໜັກວ່າ ຫວຽດນາມ ໃຫ້ຄວາມສຳຄັນເປັນພິເສດ ຕໍ່ສາຍພົວພັນກັບ ຝຣັ່ງ - ປະເທດທີ່ມີຖານະບົດບາດເປັນສະມາຊິກສຳຄັນ ໃນສະຫະພາບເອີຣົບ (EU) ແລະ ພ້ອມກັນນັ້ນ ກໍ່ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດຂອງ ຫວຽດນາມ ໃນບຸກຄະລິກຂອງກຸ່ມນີ້.
![]() |
| ທ່ານ ພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລກປ່ຽນກັບ ທ່ານ ອໍລີວີເອ ບຣູເຊ ເອກອັກຄະລັດຖະທູດ ຝຣັ່ງ ໃນການຕ້ອນຮັບ |
ເພື່ອຫັນບັນດາຄຳໝັ້ນສັນຍາສອງຝ່າຍໃຫ້ປະກົດຜົນເປັນຈິງ, ທ່ານ ລັດຖະມົນຕີ ຟານ ວັນ ຢາງ ໄດ້ຢືນຢັນວ່າ ຝ່າຍ ຫວຽດນາມ ພ້ອມທີ່ຈະປະສົມປະສານຢ່າງແໜ້ນແຟ້ນກັບ ກະຊວງກອງທັບ ແລະ ທະຫານຜ່ານເສິກ ຝຣັ່ງ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ກໍ່ຄືກົນໄກການຮ່ວມມືທີ່ໄດ້ຕົກລົງກັນຢ່າງມີປະສິດທິຜົນ. ຈຸດສຸມແມ່ນແນ່ໃສ່ບັນດາຂົງເຂດທີ່ມີຄວາມສາມາດບົ່ມແຍ່ງຂະຫຍາຍຕົວສູງ ເຊັ່ນ: ການຝຶກອົບຮົມບຸກຄະລາກອນ, ເຫຼົ່າຮົບແພດສາດກອງທັບ, ການເຂົ້າຮ່ວມກຳລັງຮັກສາສັນຕິພາບ ສະຫະປະຊາຊາດ, ອຸດສາຫະກຳປ້ອງກັນຊາດ, ພ້ອມກັບວຽກງານແລກປ່ຽນວັດຖຸອຸປະກອນທີ່ລະນຶກສົງຄາມ ແລະ ການຄົ້ນຫາທະຫານທີ່ເສຍຂ່າວ ແລະ ສູນຫາຍ.
ກ່ຽວກັບຝ່າຍຕົນ, ທ່ານ ເອກອັກຄະລັດຖະທູດ ອໍລີວີເອ ບຣູເຊ ໄດ້ສະແດງຄວາມປາຖະໜາວ່າ ສາຍພົວພັນການຮ່ວມມື ໃນຂົງເຂດປ້ອງກັນຊາດ ລະຫວ່າງ ຝຣັ່ງ ແລະ ຫວຽດນາມ ຈະສືບຕໍ່ຂະຫຍາຍຕົວຢ່າງແທ້ຈິງ ແລະ ເຂົ້າສູ່ຄວາມເລິກເລິ່ງເລື້ອຍໆ, ໂດຍສຸມໃສ່ບັນດາເສົາຄ້ຳຕົ້ນຕໍ ເຊັ່ນ: ອຸດສາຫະກຳປ້ອງກັນຊາດ, ແພດສາດກອງທັບ, ການຝຶກອົບຮົມ ແລະ ບັນດາກິດຈະກຳຮັກສາສັນຕິພາບ ສະຫະປະຊາຊາດ.
ຍສໝ - ເນື່ອງໃນໂອກາດລະນຶກ 81 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ, ວັນທີ 27 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ພ້ອມດ້ວຍຄະນະພະນັກງານສະຖານທູດລາວ ທີ່ມາອວຍພອນ. |
ຍສໝ - ວັນທີ 25-26 ສິງຫາ, ຢູ່ສຳນັກງານໃຫຍ່ສະຫະປະຊາຊາດ ທີ່ New York, ຫວຽດນາມຮຽກຮ້ອງໃຫ້ນຳໃຊ້ວິທີການແບບຮອບດ້ານ, ເຄົາລົບກົດໝາຍສາກົນ ແລະ ເພີ່ມທະວີການຮ່ວມມື ເພື່ອແກ້ໄຂສະພາບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານທີ່ເກີດຈາກຄວາມຂັດແຍ່ງ. |
ແທັງຮັ່ງ
