10:50 | 31/01/2021

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII

ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການກະກຽມຢ່າງມີແບບມີແຜນ, ລອບຄອບຖີ່ຖ້ວນ
ຫວຽດນາມ ຈະສືບຕໍ່ຍົກສູງອິດທິພົນຊື່ສຽງໃນແຜນທີ່ການເມືອງໂລກ ຫວຽດນາມ ຈະສືບຕໍ່ຍົກສູງອິດທິພົນຊື່ສຽງໃນແຜນທີ່ການເມືອງໂລກ
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ XIII
ການນຳພັກ, ລັດ ປ່ອນບັດເລືອກຕັ້ງຄະນະບໍລິຫານງານສູນກາງພັກ (ພາບ: VGP)

ແລກປ່ຽນກັບສື່ມວນຊົນຢູ່ນອກກອງປະຊຸມໃຫຍ່, ບັນດາຜູ້ແທນມີຄວາມເຊື່ອໝັ້ນຕໍ່ຄະນະບໍລິຫານງານສູນກາງພັກຊຸດທີ XIII ຈະແມ່ນໝູ່ຄະນະທີ່ມີຄວາມສາມັກຄີ, ນຳພາປະເທດຊາດພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານ ຫຼືງອກບິ່ງ, ຜູ້ແທນແຂວງ ກວ໋າງງ໋າຍ ຫວັງວ່າ:

“ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ຜູ້ທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ຈະນຳເອົາຄວາມຮູ້ທີ່ໄດ້ບຳລຸງສ້າງຢ່າງມີແບບມີແຜນ, ເສີມຂະຫຍາຍກຳລັງຄວາມສາມາດໃນການບໍລິຫານປະເທດຊາດໃນປັດຈຸບັນ. ຂ້າພະເຈົ້າຫວັງວ່າ ເຂົາເຈົ້າ ຈະມີວິໄສທັດມອງກວ້າງເຫັນໄກ ແລະ ມີມາດຕະການພັດທະນາປະເທດຊາດໃນໄລຍະຈະມາເຖິງ”.

ທ່ານ ເລືອງຈ້ອງແທັ່ງ, ຜູ້ແທນແຂວງ ແທັງຮວ໊າ ແບ່ງປັນວ່າ:

“ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຈະເລືອກໄດ້ຄະນະບໍລິຫານງານສູນກາງພັກຊຸດໃໝ່ ທີ່ມີພູມປັນຍາ, ມີຄວາມສາມັກຄີ ແລະ ເປັນເອກະພາບ ລະຫວ່າງເຈດຈຳນົງ ແລະ ການກະທຳ ເພື່ອນຳມະຕິກອງປະຊຸມເຂົ້າສູ່ຊີວິດຕົວຈິງໂດຍໄວ”.

ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ

ກອງປະຊຸມໃຫຍ່ ໄດ້ຍົກອອກແຜນການພັດທະນາຂອງຫວຽດນາມ ໃນໄລຍະ 5 ປີຕໍ່ໄປ ແລະ ບັນດາເປົ້າໝາຍໃນອະນາຄົດ ດ້ວຍການປະກອບຄຳຄິດຄຳເຫັນຂອງປະຊາຊົນໃນທົ່ວປະເທດ.

ສື່ມວນຊົນສາກົນຕີລາຄາສູງຕໍ່ບັນດາກາລະໂອກາດທາງດ້ານເສດຖະກິດຂອງຫວຽດນາມ ສື່ມວນຊົນສາກົນຕີລາຄາສູງຕໍ່ບັນດາກາລະໂອກາດທາງດ້ານເສດຖະກິດຂອງຫວຽດນາມ

ບັນດາການນຳຫວຽດນາມ ພວມສຸມໃສ່ດຶງດູດເງິນລົງທຶນຈາກຕ່າງປະເທດໃຫ້ຫຼາຍກວ່າ, ໃນສະພາບທີ່ປະເທດນີ້ໄດ້ກາຍເປັນ “ຕ່ອງໂສ້ທີ່ຈຳເປັນ” ໃນລະບົບສະໜອງທົ່ວໂລກ.

ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຈຳ​ນວນ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 13 ແມ່ນ 200 ສະ​ຫາຍ ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ຈຳ​ນວນ ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 13 ແມ່ນ 200 ສະ​ຫາຍ

ກອງປະຊຸມໃຫ່ຍ ໄດ້ປຶກສາຫາລື ແລະ ລົງຄະແນນສຽງຮັບຮອງເອົາຈຳນວນ ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 13 ແມ່ນ 200 ສະຫາຍ, ໃນນັ້ນ ມີ 180 ສະຫາຍແມ່ນກຳມະການສູນກາງພັກເປັນທາງການ ແລະ 20 ສະຫາຍ ແມ່ນກຳມະການສູນກາງພັກສຳຮອງ.

Link: https://huunghivietlao.thoidai.com.vn/detail-article-8645.html

In bài biết