ນາຍົກລັດຖະມົນຕີຫວຽດນາມ: ການສົ່ງອອກ, ການໃຊ້ສອຍ ແລະການລົງທຶນ ຕ້ອງໄດ້ພັດທະນາດ້ວຍຂອບຂະໜາດໃຫຍ່ກວ່າເພື່ອໃຫ້ຫວຽດນາມ ບັນລຸໄດ້ເປົ້າໝາຍເຕີບໂຕໃນປີ 2021
ພິທີສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນ ປະເທດ | |
WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ |
![]() |
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ |
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຕື້ອງເຖິງຫຼາຍເທື່ອກ່ຽວກັບບົດບາດຂອງ “ສາມເສົາຄ້ຳ” ລວມມີການສົ່ງອອກ, ການໃຊ້ສອຍ ແລະການລົງທຶນ. ຫວ່າງແລ້ວນີ້, ທີ່ກອງປະຊຸມສະຫຼຸບຂະແໜງອຸດສາຫະກຳ ແລະການຄ້າ, ທ່ານ ຫງວຽນຊວນຟຸກ ສືບຕໍ່ເນັ້ນໜັກວ່າ ສາມປັດໄຈນີ້ຕ້ອງໄດ້ພັດທະນາດ້ວຍຂອບຂະໜາດໃຫຍ່ກວ່າເພື່ອໃຫ້ຫວຽດນາມ ບັນລຸໄດ້ເປົ້າໝາຍເຕີບໂຕໃນປີ 2021.
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ເນັ້ນໜັກເຖິງບົດບາດຂອງສາມເສົາຄ້ຳໃນປີ 2021 ເພາະວ່າ ປີ 2020, ສາມປາຍແຫຼມນີ້ໄດ້ປະກອບສ່ວນສຳຄັນທີ່ສຸດເຂົ້າໃນການພັດທະນາເສດຖະກິດ ຂອງຫວຽດນາມ. ລະອຽດ, ການສົ່ງອອກຄາດຄະເນບັນລຸກວ່າ 281,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີິ 2019, ນໍາຫວຽດນາມ ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບການສົ່ງອອກສູງທີ່ສຸດໃນໂລກໃນສະພາບເກີດພະຍາດໂຄວິດ-19. ໂຄງປະກອບການສົ່ງອອກສິນຄ້າສືບຕໍ່ປັບປຸງຕາມທິດຕັ້ງໜ້າ, ຫຼຸດຜ່ອນການສົ່ງອອກວັດຖຸດິບ, ເພີ່ມການສົ່ງອອກຜະລິດຕະພັນປຸງແຕ່ງ. ສິນຄ້າສົ່ງອອກ 31 ປະເພດກວ່າ 1 ຕື້ໂດລາສະຫະລັດ, ໃນນັ້ນສິນຄ້າສົ່ງອອກ 9 ປະເພດກວ່າ 5 ຕື້ໂດລາສະຫະລັດ ແລະສິນຄ້າສົ່ງອອກ 6 ປະເພດກວ່າ 10 ຕື້ໂດລາສະຫະລັດ. ການສົ່ງອອກເກີນດຸນບັນລຸລະດັບສະຖິຕິເກືອບ 19,1 ຕື້ໂດລາສະຫະລັດ, ຜ່ານນັ້ນຮັບຮູ້ 5 ປີຕໍ່ເນື່ອງມູນຄ່າການຄ້າສ່ວນເກີນ.
ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ລັດຖະບານເພີ່ມການເຕີບໂຕ 6,5% ດ້ວຍກໍາລັງໜູນການເຕີບໂຕຕົ້ນຕໍແມ່ນການສົ່ງອອກ, ການໃຊ້ສອຍ ແລະການລົງທຶນ “ສາມເສົາຄ້ຳ” ນີ້ສືບຕໍ່ເສີມຂະຫຍາຍໃນປີ 2021 ດ້ວຍຂອບຂະໜາດໃຫຍ່ກວ່າ. ຍ້ອນເຫດນັ້ນ, ຂ້າພະເຈົ້າສະເໜີໃຫ້ສືບຕໍ່ສູ້ຊົນບັນລຸໝາກຜົນທຸກດ້ານໃຫ້ດີກວ່າປີ 2020; ການຈັດຕັ້ງປະຕິບັດທິດນຳປ່ຽນແປງໃໝ່, ປະດິດສ້າງ, ຄວາມມຸ່ງຫວັງພັດທະນາເພື່ອປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດ”.
ລັດຖະບານ ຫວຽດນາມ ໄດ້ຍື່ນສະເໜີສະພາແຫ່ງຊາດ 12 ມາດຖານຕົ້ນຕໍ ກ່ຽວກັບບັນດາຂົງເຂດເສດຖະກິດ ສັງຄົມ, ສະພາບແວດລ້ອມໃນແຜນການພັດທະນາເສດຖະກິດສັງຄົມປີ 2021, ໃນນັ້ນ ຍອດຜະລິດຕະພັນພາຍໃນເຕີບໂຕປະມານ 6%, ຂອບຂະຫນາດ GDP ສະເລ່ຍຕໍ່ຫົວຄົນປະມານ 3.700 USD/ປີ ແລະ ອື່ນໆ, ໃນສະພາບການສາກົນ, ຢູ່ພາຍໃນປະເທດ ຄາດຄະເນວ່າ ມີບັນດາກາລະໂອກາດ, ຄວາມສະດວກ ແຕ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍກໍ່ບໍ່ແມ່ນຫນ້ອຍ, ພິເສດ ແມ່ນໂລກລະບາດໂຄວິດ, ຫວຽດນາມ ຍັງສືບຕໍ່ຢືດໝັ້ນເປົ້າໝາຍ ທັງປ້ອງກັນ, ຕ້ານໂລກລະບາດ, ຮັກສາສຸຂະພາບຂອງປະຊາຊົນ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ ບົນພື້ນຖານຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່. ບັນດາຜົນສຳເລັດທີ່ບັນລຸໄດ້ໃນປີ 2020 ຈະແມ່ນບັນດາປະຖົມປັດໄຈເພື່ອໃຫ້ຫວຽດນາມ ບັນລຸການເຕີບໂຕຂອງປີ 2021 ກໍ່ຄືຊຸມປີຕໍ່ໄປ.
![]() | ຄາດວ່າ ທັງປີ 2020 ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອິດສະລະແອນ ບັນລຸປະມານ 700 ລ້ານໂດລາສະຫະລັດ, ໃນຂະນະທີ່ການນຳເຂົ້າບັນລຸປະມານ 850 ລ້ານໂດລາສະຫະລັດ ຍສໝ - ເຖິງວ່າພະຍາດໂຄວິດ-19 ແຜ່ລະບາດຢ່າງຮ້າຍແຮງໃນຕະຫຼອດປີ 2020 ກໍ່ຕາມ, ແຕ່ການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງອິດສະລະແອນ ຄາດວ່າ ຫຼຸດລົງພຽງແຕ່ໜ້ອຍດຽວ ເມື່ອທຽບໃສ່ລະດັບ 774 ລ້ານໂດລາສະຫະລັດ ຂອງປີ 2019. |
![]() | ອົດສະຕາລີ ໄດ້ສະໜັບສະໜູນກຸ່ມຄົ້ນຄວ້າຫວຽດນາມ ໃນການພັດທະນາຖ່ານໄຟແສງຕາເວັນລຸ້ນໃໝ່ ຍສໝ - ເຕັກໂນໂລຢີໃໝ່ຂອງກຸ່ມຄົ້ນຄວ້າຫວຽດນາມ ຈະເປັນບາດກ້າວໃນຂະບວນການຂຸດຄົ້ນທ່າແຮງ ຂອງພະລັງງານແສງໄຟຟ້າ ທີ່ເປັນແຫຼ່ງພະລັງງານທີ່ສະອາດ, ລາຄາບໍ່ແພງ ແລະ ມີຄວາມຍືນຍົງ. |
![]() | ລັດເຊຍ ຈະເຊື່ອມຕໍ່ສາຍການບິນສາກົນກັບປະເທດຫວຽດນາມ ຄືນໃໝ່ນັບແຕ່ວັນທີ 27 ມັງກອນ 2021 ຈະມາເຖິງ ຍສໝ - ບັນດາຖ້ຽວບິນຈະບິນຈາກນະຄອນຫຼວງມົດສະກູ ສອງຖ້ຽວຕໍ່ອາທິດໄປຍັງນະຄອນຫຼວງປະເທດຫວຽດນາມ, ອິນເດຍ, ແຟງລັງ ແລະ ສາມຖ້ຽວຕໍ່ອາທິດໄປຍັງນະຄອນຫຼວງ ກາຕາ. |
ໄຊພອນ