ນຳສົ່ງພົນລະເມືອງຫວຽດນາມ 290 ຄົນ ຈາກສາທາລະນະລັດເຊັກ ກັບຄືນປະເທດ
ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນ 290 ຄົນມາຈາກໄຕ້ຫວັນ ກັບຄືນປະເທດຢ່າງປອດໄພ | |
ພະຍາຍາມທີ່ດີທີ່ສຸດ ເຮັດໃຫ້ພົນລະເມືອງຫວຽດນາມຢູ່ໃນເຂດຖືກລະບາດພະຍາດໂລກໄວຣັດ ໂຄໂຣນາ ໄດ້ກັບຄືນບ້ານ |
ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ສັນຍາແຮງງານໝົດກຳນົດ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
![]() |
ຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ 290 ຄົນ ຈາກສາທາລະນະລັດເຊັກ ໄດ້ກັບຄືນບ້ານ. (ພາບ: thoidai.com.vn) |
ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນ Bamboo Airways ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ສະຖານທູດຫວຽດນາມ ປະຈຳເຊັກ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບບໍລິສັດການບິນ Bamboo Airways ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ. ທັນທີຫຼັງຈາກຍົນລົງຈອດຢູ່ສະໜາມບິນສາກົນ ເກີນເທີ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
![]() | ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ ມາຮອດປະຈຸບັນ, ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ, ຕົກອັນດັບທີ 3 ໃນບັນດານັກລົງທຶນຢູ່ລາວ. ພິເສດ, ຢູ່ 10 ແຂວງຊາຍແດນຂອງ ສປປ ລາວ, ໄດ້ມີ 110 ໂຄງການລົງທຶນໂດຍກົງຂອງບັນດານັກລົງທຶນຫວຽດນາມ ... |
![]() | ໜັງສືພິມຍີ່ປຸ່ນ: ຫວຽດນາມ ແມ່ນແບບຢ່າງແຫ່ງຄວາມສຳເລັດດ້ານເສດຖະກິດຢ່າງດຽວ ຂອງອາຊີຕາເວັນອອກສ່ຽງໃຕ້ ຍສໝ - ຕາມບົດລາຍງານຂອງໜັງສືພິມ Nikkei Asia Review (ຍີ່ປຸ່ນ) ໃນວັນທີ 19 ພະຈິກ, ຫວຽດນາມ ກຳລັງກາຍເປັນແບບຢ່າງແຫ່ງຄວາມສຳເລັດ ໃນທາງດ້ານເສດຖະກິດຢ່າງດຽວຂອງອາຊີຕາເວັນອອກສ່ຽງໃຕ້ ໃນສະພາບການລະບາດ COVID-19, ໃນຂະນະທີ່ຍັງຄົງຮັກສາລະດັບການເຕີບໂຕໃນທາງບວກທີ່ໝັ້ນຄົງໃນໄລຍະທີ່ບັນດາພື້ນຖານເສດຖະກິດອື່ນໆ ປະສົບກັບຄວາມຫຍຸ້ງຍາກໃນການຟື້ນຕົວຄືນ. |
![]() | ຖ້ຽວບິນໂດຍກົງຈາກ ສ.ເຊັກໂກ ມາຍັງ ຫວຽດນາມ ທີ່ຈັດສົ່ງພົນລະເມືອງຫວຽດນາມ 300 ຄົນຈາກ 4 ປະເທດຄື: ສ.ເຊັກໂກ, ຮຸງກາຣີ, ໂປໂລຍ ແລະ ໂອຕາລິດ ຍສໝ - ເລື່ອງເປີດຖ້ຽວບິນນີ້ ແມ່ນປະຖົມປັດໃຈເພື່ອປະກອບສ່ວນຜັນຂະຫຍາຍຂໍ້ຕົກລົງລະຫວ່າງລັດຖະບານຫວຽດນາມ ແລະ ສ.ເຊັກໂກ ໃນການເປີດສາຍການບິນໂດຍກົງລະຫວ່າງຮ່າໂນ້ຍ - Praha ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ. |
ຄຳຮຸ່ງ