ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO
ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ | |
ນະຄອນໂຮ່ຈີມິນ ແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ - ລັດເຊຍ |
ຕາງໜ້າລັດຖະບານ Saint-Petersburg, ທ່ານ Beglov A.D - ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສະແດງຄວາມອວຍພອນຕໍ່ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນ ແລະ ພະນັກງານ VUFO ທຸກຄົນ ເນື່ອງໃນວັນຄົບຮອບ 70 ປີຂອງວັນປະເພນີ VUFO. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ, VUFO ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການສ້າງພາບພົດອັນດີງາມ ແລະ ຕັ້ງໜ້າຂອງຫວຽດນາມ ໃນເວທີສາກົນ.
![]() |
ທ່ານ Beglov A.D - ຜູ້ວ່າການລັດ Saint Petersburg (ລັດເຊຍ). (ພາບ: thoidai.com.vn) |
ທ່ານ Beglov A.D ໃຫ້ຫູ້ວ່າ Saint-Petersburg ໄດ້ຕີລາຄາສູງ ຕໍ່ຄວາມມານະພະຍາຍາມຂອງ VUFO ໃນການຮັດແໜ້ນການພົວພັນ ແລະ ການແລກປ່ຽນມິດຕະພາບ ຂອງ VUFO. ທ່ານ Beglov A.D ໄດ້ສະແດງຄວາມຍິນດີທີ່ຈະແຈ້ງວ່າ ການຮ່ວມມືກັບສາທາລະນະລັດສັງຄົມນິຍົມຫວຽດນາມ ແມ່ນໜຶ່ງໃນບັນດາບຸລິມະສິດດ້ານນະໂຍບາຍການຕ່າງປະເທດ ຂອງລັດຖະບານ Saint-Petersburg.
ທ່ານ Beglov A.D ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາງ ຫງວຽນເຟືອງງາ ທີ່ໄດ້ຮັບເອົາການເຊື້ອເຊີນໃຫ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນກອງປະຊຸມສິ້ນສຸດລົງຂອງປີ ລັດເຊຍ - ຫວຽດນາມ ດ້ວຍຫົວຂໍ້ “ໂຮ່ຈີມິນ, ລັດທິຮັກຊາດ ແລະ ລັດທິສາກົນ, 100 ປີຮ່ວມກັນ”. ຄາດວ່າ, ກອງປະຊຸມນີ້ຈະໄດ້ຈັດຂື້ນໃນວັນທີ 11 ທັນວາ 2020 ໃນຮູບແບບຖ່າຍທອດສົດ.
ສິ້ນສຸດຈົດໝາຍອວຍພອນ, ທ່ານ Beglov A.D ກໍ່ໄດ້ອວຍພອນທ່ານນາງ ຫງວຽນເຟືອງງາ ແລະ ບັນດາພະນັກງານ VUFO ທຸກຄົນ ສືບຕໍ່ປະສົບຜົນສຳເລັດຫຼາຍຢ່າງ ໃນວຽກງານ, ໄດ້ຮັບຄວາມຈະເລີນຮຸ່ງເຮືອງ, ເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ.
![]() | ສະຫະພັນມິດຕະພາບ ແຂວງດົງທາບ ໄດ້ປະຕິບັດວຽກງານການທູດຂອງປະຊາຊົນ ຢ່າງຫົວຄິດປະດິດສ້າງ ຍສໝ - ໃນວັນທີ 4 ພະຈິກ, ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບແຂວງດົງທາບ ກ່ຽວກັບກ່ຽວກັບວຽກງານການທູດຂອງປະຊາຊົນ. |
![]() | ຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg ຫວັງວ່າໄດ້ເປີດກວ້າງການຮ່ວມມືກັບ VUFO ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການພົບປະທາງອອນລາຍ ກັບທ່ານ Vyacheslav Gennadevitch Kalganov, ຜູ້ຕາງໜ້າຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg. |
![]() | ຊາວຫວຽດນາມຢູ່ Saint Petersburg (ລັດເຊຍ) ໄດ້ສ້າງຕັ້ງ 5 ອະນຸກຳມະການເພື່ອຕໍ່ຕ້ານ COVID-19 ຍສໝ - ຈັດກອງປະຊຸມປົກກະຕິໃນວັນຈັນ, ການລະດົມທຶນ, ການຈັດຕັ້ງ 5 ອະນຸກຳມະການເພື່ອມອບໝາຍວຽກງານ... ຄະນະຊີ້ນຳການປ້ອງກັນ ແລະ ຄວບຄຸມ COVID-19 ໄດ້ເຮັດວຽກທີ່ດີ, ມີກິດຈະກຳຕົວຈິງຫຼາຍຢ່າງແກ່ຊຸມຊົນ. |
ຄຳຮຸ່ງ