ທ່ານຟ້າມບິ່ງມິງ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສຳຄັນເຂົ້າ ໃນຜົນສຳເລັດລວມຂອງການທູດຫວຽດນາມ
ນີ້ແມ່ນຄຳເຫັນຂອງທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອປະເພນີ ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. ທ່ານຟ້າມບິ່ງມິນ ໄດ້ອວຍພອນມາຍັງບັນດາການນຳ ແລະ ພະນັກງານທຸກຄົນ ທີ່ເຮັດວຽກງານການທູດປະຊາຊົນຂອງສະຫະພັນມິດຕະພາບ ໃນຊຸມປີທີ່ຜ່ານມາ.
ທ່ານລັດຖະມົນຕີ ຟ້າມບິ່ງມິນ ໄດ້ເນັ້ນໜັກເປັນພິເສດວ່າ ທ່ານໄດ້ຊົມເຊີຍຕີລາຄາສູງບັນດາຜົນງານ ເຊິ່ງສະຫະພັນມິດຕະພາບ ບັນລຸໄດ້ໃນຕະຫຼອດ 70 ປີທີ່ຜ່ານມາ. ບັນດາຜົນງານດັ່ງກ່າວ ໄດ້ປະກອບສ່ວນສຳຄັນ ເຂົ້າໃນຜົນສຳເລັດລວມຂອງການທູດຫວຽດນາມ ໃນການກໍ່ສ້າງ ແລະ ປ້ອງກັນຊາດ.
![]() |
ທ່ານຟ້າມບິ່ງມິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອປະເພນີ ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. (ພາບ: thoidai.com.vn) |
ທ່ານຟ້າມບິ່ງມິງ ກໍ່ປາດຖະໜາວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ ທີ່ປະສົບຜົນສຳເລັດໃນໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ສົມເປັນທີ່ຈະເປັນກຳລັງຫຼັກແຫຼ່ງໃນວຽກງານການທູດປະຊາຊົນ, ເປັນຂົວຕໍ່ແຫ່ງມິດຕະພາບເພື່ອເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ສາກົນ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ກໍ່ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ສະພາບການໂລກ ຈະສືບຕໍ່ຜັນແປຢ່າງສັບສົນ ດ້ວຍບັນດາຜົນກະທົບຫຼາຍດ້ານກ່ຽວກັບສະພາບແວດລ້ອມຄວາມໝັ້ນຄົງ ການພັດທະນາຂອງຫວຽດນາມ, ເຮັດໃຫ້ການຮຽກຮ້ອງວຽກງານການທູດປະຊາຊົນຈະນັບມື້ນັບສູງຂື້ນ.
ສະນັ້ນ, ທ່ານຟ້າມບິ່ງມິງ ໄດ້ສະເໜີສະຫະພັນມິດຕະພາບ ຈົ່ງສືບຕໍ່ເສີມຂະຫຍາຍບົດບາດຫຼັກແຫຼ່ງ ໃນວຽກງານການທູດປະຊາຊົນ, ມີຫົວຄິດປະດິດສ້າງໃໝ່ ແລະ ໃນການດຳເນີນງານຢ່າງບໍ່ຢຸດຢັ້ງ, ປັບຕົວເໝາະສົມເຂົ້າກັບການປ່ຽນແປງຂອງສະພາບການໃໝ່, ສຸມໃສ່ເຮັດສຳເລັດວຽກງານສຳຄັນຈຳນວນໜຶ່ງ, ຄື:
ກ່ອນອື່ນໝົດ, ການປະຕິບັດບັນດາເນື້ອໃນ ທີ່ກ່ຽວຂ້ອງກັບວຽກງານການທູດປະຊາຊົນຢ່າງແໜ້ນແຟ້ນ ແລະ ພ້ອມກັບການນຳພັກ, ລັດ ໃນການຄົ້ນຄວ້າຍຸດທະສາດ, ປະເມີນສະຖານະການ ກໍ່ຄືໃນການຈັດຕັ້ງປະຕິບັດແຜນການຕ່າງປະເທດ ເພື່ອຮັບໃຊ້ຜົນປະໂຫຍດຂອງປະເທດຊາດ.
ສອງແມ່ນ, ສືບຕໍ່ຊຸກຍູ້ການເຄື່ອນໄຫວວຽກງານການທູດປະຊາຊົນສອງຝ່າຍ ແລະ ຫຼາຍຝ່າຍ, ພັດທະນາເຄືອຂ່າຍເພື່ອນມິດສາກົນ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນຢູ່ປະເທດຕ່າງໆ.
ສາມແມ່ນ, ເພີ່ມທະວີການໂຄສະນາ, ຍົກສູງປະສິດທິຜົນຂອງການຮ່ວມມື ກັບບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເພື່ອດຶງດູດແຫຼ່ງກຳລັງ, ປະກອບສ່ວນເຂົ້າໃນການຮັບໃຊ້ເປົ້າໝາຍການພັດທະນາເສດຖະກິດ - ສັງຄົມຂອງປະເທດ.
ສີ່ແມ່ນ, ສຸມໃສ່ການອົບຮົມ ແລະ ສົ່ງເສີມເພື່ອຍົກສູງຄວາມສາມາດຂອງພະນັກງານ. ຕ້ອງການສ້າງຖັນແຖວບຸກຄະລາກອນທີ່ເຮັດວຽກງານການທູດປະຊາຊົນ ດ້ວຍຄວາມສາມາດທາງດ້ານການເມືອງທີ່ເຂັ້ມແຂງ, ມີທັກສະວິຊາສະເພາະທີ່ດີ, ມີແບບວິທີການເຮັດວຽກທີ່ເປັນມືອາຊີບ ແລະ ທັນສະໄໝ ເພື່ອກາຍເປັນຂົວເຊື່ອມຕໍ່ລະຫວ່າງປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນ.
![]() | ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ ຍສໝ - ຕອນເຊົ້າວັນທີ 12 ພະຈິກ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ. |
![]() | ທ່ານນາງ ຫງວຽນເຟຶອງງາ ປະທານ VUFO ໄດ້ຮັບຫຼຽນໄຊແຮງງານຊັ້ນ 3 ຍ້ອນບັນດາການປະກອບສ່ວນໃຫ້ແກ່ຂະແໜງການຕ່າງປະເທດ ຍສໝ - ຕອນເຊົ້າວັນທີ 27 ສິງຫາ, ຢູ່ຫ້ອງເຮັດວຽກກະຊວງການຕ່າງປະເທດໄດ້ດຳເນີນລາຍການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງການຕ່າງປະເທດ (ວັນທີ 28 ສິງຫາ 1945 – 28 ສິງຫາ 2020) ແລະ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດໄລຍະ 2020 – 2025. ທ່ານນາງ ຫງວຽນເຟຶອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບຫຼຽນໄຊແຮງງານຊັ້ນ 3. |
![]() | VUFO ຕີລາຄາສູງການປະກອບສ່ວນຂອງບັນດາເພື່ອນມິດ ສ.ເກົາຫຼີ ຍສໝ - ທ່ານນາງ ຫງວຽນເຟືອງງາ ເຊື່ອໝັ້ນວ່າອາຍຸການໃໝ່ຂອງທ່ານເອກອັກຄະລັດຖະທູດຈະປະສົບຜົນສຳເລັດ, ບັນລຸໄດ້ໝາກຜົນ ສຳຄັນຫຼາຍຢ່າງ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ. |
ຄຳຮຸ່ງ